ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ຫ້ອງ​ພະລາທິການ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ສະຫຼຸບ​ວຽກ​ງານ​ຮອບດ້ານ​ ປະຈຳ​ປີ 2024
ເວລາອອກຂ່າວ: 2024-12-11 09:03:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2173 | ຄວາມນິຍົມ:



ວັນ​ທີ 5 ທັນວາ 2024 ນີ້, ຫ້ອງ​ພະລາທິການ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ໄດ້ ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2024 ແລະ ວາງ​ແຜນການ​ ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ກິ​ແກ້ວ ລິດ​ແສນ​ຫວັງ ຫົວໜ້າ​ຫ້ອງ​ພະລາທິການໂຮງ ຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ, ມີ​ຄະນະ​ພັກ-ຄະນະ​ບັນຊາ ຫ້ອງການ, ກອງພັນ ແລະ ພະ ນັກງານ-ນັກຮົບ ທົ່ວ​ຫ້ອງ​ພະລາທິການເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ພວງ ຕະ​ອອນ​ເກດ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ໄດ້​ສະ ຫຼຸບ​ຄືນ​ການເຄື່ອນໄຫວ​ວຽກ​ງານ​ພະລາທິການ ໃນ​ໄລຍະ 1 ປີ ຜ່ານມາ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ເປັນຕົ້ນ​ແມ່ນ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ​ແນວ​ຄິດ ໃຫ້​ພະນັກ ງານ-ນັກຮົບ ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ເຂັ້ມ​ງວດ​ໃນ​ການ​ປະຕິບັດ​ລະບຽບຂອງ​ກອງທັບ, ມີ​ແນວ​ຄິດ​ໜັກ​ແໜ້ນ, ຫ້າວຫັນ​ຕໍ່ໜ້າ​ທີ່​ວິຊາ​ສະເພາະ​ຂອງ​ຕົນ, ໂດຍ​ປະຕິບັດ​ຕາມ 4 ໜ້າທີ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ວາງ​ອອກ. ໃນ​ນັ້ນ, ໄດ້​ຖື​ເປັນ​ສຳຄັນ ກຳ​ແໜ້ນ​ສະພາບ​ຮອບດ້ານ ກຽມພ້ອມ​ກຳລັງ ປະຈຳການ 24 ຊົ່ວໂມງ ເພື່ອ​ຕິດຕາມ​ກວດກາ​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ໃກ້ຊິດຕິດແທດ​ໄດ້​ປະກອບ ສ່ວນ​ເຮັດ​ສຳເລັດ​ໜ້າທີ່​ການ​ເບີ່ງ​ແຍງ​ລ້ຽງ​ດູ​ທັບ​ຕະຫຼອດ​ໄລຍະ​ຜ່ານ​ມາ. ຈາກ​ຜົນງານ​ດັ່ງກ່າວ ສາມາດ​ສ້າງ​ພະນັກງານ-ສະມາ ຊິກ​ພັກ ແຂງ 152 ສະຫາຍ, ກາງ 65 ສະຫາຍ, ສ້າງ​ຊາວ​ໜຸ່ມ​ ນຳ​ໜ້າ 4 ບຸກ​ໄດ້ 87 ສະຫາຍ, ຄະນະ​ບໍລິຫານ​ຊາວ​ໜຸ່ມ ໄດ້​ຮັບ​ນາມມະຍົດ​ນຳ​ໜ້າ 4 ບຸກ, ສ້າງ​ແມ່ຍິງ 3 ດີ​ ປະເພດ I ກວມເອົາ 97,1 % ແລະ ສາມາດ​ຮັບປະ ກັນ​ເຄື່ອງນຸ່ງ​ຫົ່ມ, ຮັບ​ເຂົ້າ​ກີນ​ເບີກ​ຈ່າຍ​ຕາມ​ລະບົບ​ອັດຕາ, ຮັບປະກັນ​ດ້ານ​ສະບຽງ​ອາຫານ ສະໜອງ​ເຂົ້າ​ເຮືອນຄົວ​ລວມ ໄດ້​ຈຳນວນ​ໜຶ່ງ, ຮັບປະກັນ​ໄດ້​ກິນ​ເຂົ້າ 3 ຄາບ, ອາຫານ 3 ເຍື່ອງ​ເປັນ​ປົກ​​ະ​ຕິ, ມີ​ນໍ້າ​ດື່ມ​ສະອາດ, ຈັດ​ຕັ້ງ​ເຄື່ອນ​ໄຫວ ເຝົ້າ​ລະວັງ​ການ​ລະບາດ​ຂອງ​ພະຍາດ ຕາມ​ລະດູ​ການ. ພ້ອມ​ນີ້, ຍັງ​ໄດ້​ປະຕິ ບັດ​ນະໂຍບາຍ​ຕໍ່​ພະນັກງານທີ່​ເຈັບເປັນ ເຂົ້າ​ໂຮງໝໍ ແລະ ອື່ນໆ ຢ່າງ​ຖືກຕ້ອງ​ເໝາະ​ສົມ ແລະ ຍັງ​ມີ​ວຽກ​ງານ​ອື່ນໆທີ່ປິ່ນ​ອ້ອມ​ຂອງ​ແຕ່​ລະ​ພະ ແນກການ ກໍ​ມີ​ຜົນສຳເລັດ​ເປັນ​ຢ່າງ​ດີ. ໃນ​ກອງ​ປະຊຸມຍັງໄດ້​ຜ່ານ​ທິດ​ທາງ​ແຜນການປະ ຈຳ​ປີ 2025 ແລະ ພ້ອມ​ກັນ​ປະກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ບົດ​ສະ ຫຼຸບ​ຢ່າງ​ຕັ້ງໜ້າ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ