ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 5 ສຳເລັດການເຝິກແອບຮຳຮຽນ ໄລຍະສັ້ນປະຈຳປີ 2019
ເວລາອອກຂ່າວ: 2019-06-21 08:51:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ:



ໃນລະຫວ່າງວັນທີ 11-17 ມິຖຸນາ 2019 ນີ້, ກອງພົນທີ 5 ໄດ້ຈັດຕັ້ງເຝິກແອບຮໍ່າຮຽນ ພາກສະໜາມຂຶ້ນ ໂດຍພາຍໃຕ້ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຜາລົມ ລີນທອງ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີສະຫາຍ ດຣ ບຸນ ຖອງ ດິວີໄຊ ເຈົ້າແຂວງໆຈຳ ປາສັກ, ສະຫາຍ ພັນເອກ ວັນ ທອງ ບຸດຕະວົງ ຫົວໜ້າການທະ ຫານກອງພົນທີ 5, ພະນັກງານຈາກກົມວິຊາສະເພາະເຫຼົ່າຮົບ ພ້ອມດ້ວຍຄະນະພັກ - ຄະນັບນຊາ ຈາກກອງບັນຊາການທະຫານ 4 ແຂວງພາກໃຕ້, ກອງພັນ 645, ກອງພັນໃຫຍ່ 605, ອົງການ, ກົມກອງພະນັກງານ-ນັກຮົບຈາກ ເຫຼົ່າຮົບບຕ່າງໆເຂົ້າຮ່ວມ. ຜ່ານການເຝິກແອບຮໍ່າຮຽນ ທາງດ້ານທິດສະດີ, ຫຼັກການຢູ່ ກົມກອງຂອງຕົນ ແລະ ຜ່ານ ການເຝິກແອບພາກສະໜາມ ຕົວຈິງມາເປັນເວລາ 6 ວັນເຫັນ ວ່າ: ບັນດາອົງການ, ກົມກອງກໍ ໄດ້ພ້ອມກັນສຸມສະຕິປັນຍາເຫື່ອແຮງເຂົ້າໃນການເຝິກແອບຮໍ່າ ຮຽນດ້ວຍຄວາມຮັບຜິດຊອບສູງ, ພະນັກງານ-ນັກຮົບມີຄວາມຈູບ ຈ້າວຫ້າວຫັນເຂົ້າໃນການເຝິກ ແອບຮໍ່າຮຽນດ້ວຍຄວາມເອົາ ໃຈໃສ່ພ້ອມກັນຕັ້ງໜ້າປະຕິບັດ ຂໍ້ກຳນົດກົດລະບຽບພາກສະ ໜາມໄດ້ຢ່າງເຂັ້ມງວດສາມາດ ຮັບປະກັນຄວາມປອດໄປ ໄດ້ 100%, ຜ່ານການເຝິກແອບຍິງ ເປົ້າໜາຍຕົວຈິງ ສາມາດບັນລຸ ໄດ້ຕາມຈຸດປະສົງຄາດໜາຍທີ່ ວາງໄວ້ . ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ ປະ ທານຊີ້ນຳການເຝິກແອບຮໍ່າ ຮຽນກໍໄດ້ມີຄຳເຫັນຍ້ອງຍໍຊົມ ເຊີຍຕໍ່ຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບກອງພົນທີ 5 ກໍຄືກົມກອງເຫຼົ່າຮົບວິຊາສະ ເພາະແຕ່ລະພາກສ່ວນທີ່ໄດ້ ພ້ອມກັນສຸມສະຕິປັນຍາເຂົ້າໃນ ການເຝິກແອບຮໍ່າຮຽນດ້ວຍ ຄວາມຮັບຜິດຊອບສູງສາມາດ ບັນລຸໄດ້ຕາມຄາດໜາຍທີ່ວາງ ໄວ້ຮັບປະກັນໄດ້ຄວາມປອດໄພ 100% ພ້ອມທັງເນັ້ນໃຫ້ແຕ່ ລະກົມກອງຕ້ອງເພີ່ມທະວີ ໃນການສຶກສາອົບຮົມການ ເມືອງແນວຄິດໃຫ້ເປັນປົກກະ ຕິເອົາໃຈໃສ່ຍົກສູງຄວາມຮູ້ ຄວາມສາມາດເຝິກຜົນຫຼໍ່ຫຼອມ ຕົນເອງໃນທຸກດ້ານ, ຕັ້ງໜ້າຄົ້ນ ຄວ້າຮໍ່າຮຽນຍົກສູງທາງດ້ານ ສີລະປະຍຸດ-ຍຸດທະວິທີໃຫ້ ສຳນິສຳນານ, ຄ້ອງແຄ້ວ, ເພື່ອ ພ້ອມກັນເຮັດສຳເລັດໜ້າທີ່ໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ກໍຄື: ປົກປັກຮັກສາຂອບເຂດກົມກອງ ຮັບຜີດຊອບໃຫ້ມີຄວາມສະ ຫງົບປອດໄຟໂດຍພື້ນຖານ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ