ຄະນະບໍລິຫານງານຊາວໜຸ່ມ ກອງພັນທີ 3 ສະຫຼຸບວຽກງານຂະບວນການ
ເວລາອອກຂ່າວ: 2024-12-13 08:56:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 673 | ຄວາມນິຍົມ:
ຄະນະບໍລິຫານງານຊາວໜຸ່ມກອງພັນທີ 3 (ນັກຮຽນ ມ 7) ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ສະຫຼຸບວຽກງານການເຄື່ອນໄຫວຂະບວນການຊາວໜຸ່ມ ປະຈຳ 6 ເດືອນທ້າຍປີ 2024 ແລະ ຜ່ານທິດທາງແຜນການ ປະຈຳ 6 ເດືອນຕົ້ນປີ 2025, ໃນວັນທີ 5 ທັນວາ 2024, ໂດຍມີ ສະຫາຍ ພັນໂທ ວໍລະເດດ ກົງບົວ ຫົວໜ້າການເມືອງກອງ ພັນທີ 3, ສະຫາຍ ພັນໂທ ບຸນເພັງ ອິນທະສອນ ຮອງຫົວໜ້າພະແນກຊາວໜຸ່ມໂຮງຮຽນ, ຄະນະໜ່ວຍຊາວໜຸ່ມ ຫ້ອງ, ກອງພັນ ຕະຫຼອດຮອດ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ຄຳຫຼ້າ ແສງພະຈັນ ເລຂາຄະນະບໍລິ ຫານງານຊາວໜຸ່ມກອງພັນທີ 3 ໄດ້ສະຫຼຸບການເຄື່ອນໄຫວໃນໄລຍະ 6 ເດືອນທ້າຍປີ 2024 ຜ່ານມາ. ຄະນະບໍລິຫານງານຊາວໜຸ່ມໄດ້ເອົາໃຈໃສ່ສຶກສາອົມຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກຊາວໜຸ່ມເປັນກົກ, ມີສະຕິຕື່ນຕົວ ປະກອບສ່ວນເຂົ້າໃນທຸກຂະບວນການຂອງກົມກອງ, ເຊື່ອມຊຶມເຂົ້າໃຈຕໍ່ແນວ ທາງຂອງພັກ, ກົດໝາຍຂອງລັດ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງຊາວໜຸ່ມ. ສະມາຊິກຊາວໜຸ່ມແຕ່ລະສະຫາຍໄດ້ສຸມທຸກສະຕິປັນຍາເຂົ້າໃນການປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງ ກອງທັບ ກໍຄື ມະຕິ, ຄຳສັ່ງ, ຂໍ້ ກຳນົດຕ່າງໆຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ; ເຂົ້າຮ່ວມຂະບວນການຕ່າງໆຂອງກົມກອງເຮັດໃຫ້ກົມກອງມີບັນຍາ ກາດຟົດຟື້ນຕໍ່ເນື່ອງ ແລະ ມີຜົນສຳເລັດໃນຫຼາຍດ້ານ, ໄດ້ປະກອບສ່ວນປັບປຸງກໍ່ສ້າງກົມກອງ, ປະດັບປະດາຄ້າຍຄູ ແລະ ອື່ນໆ; ໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກຊາວໜຸ່ມ ທີ່ເຈັບເປັນ, ເຂົ້າໂຮງໝໍ, ສ້າງຄອບຄົວໃໝ່ ແລະ ນະໂຍບາຍອື່ນໆ ເປັນເງິນ 2.550.000 ກີບ. ຄຽງຄູ່ກັນນັ້ນ ທາງຄະນະບໍລິຫານງານຊາວໜຸ່ມ ຍັງໄດ້ຊຸກຍູ້ສະມາຊິກຊາວໜຸ່ມອອກແຮງງານເພີ່ມພູນຜະລິດຜົນຕາມທິດ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ໄດ້ປູກພືດຜັກຊະນິດຕ່າງໆ ຕາມລະດູການ, ສະໜອງຊີ້ນໝູໄດ້ 1.460 ກິໂລ ກຣາມ, ສາມາດສ້າງລາຍຮັບເຂົ້າຄັງລວມໄດ້ 5.600.000 ກີບ; ສາມາດສ້າງໄດ້ສະມາຊິກຊາວໜຸ່ມນຳໜ້າ 4 ບຸກ ໄດ້ 140 ສະຫາຍ, ແຂງ 149 ສະຫາຍ, ກາງ 22 ສະຫາຍ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ