ທະຫານແຂວງໄຊຍະບູລີ ສະຫຼຸບຖອດຖອນບົດຮຽນ ວຽກງານລະດົມພົນ ປ້ອງກັນຊາດ ປະຈຳປີ 2024
ເວລາອອກຂ່າວ: 2024-12-13 08:56:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 661 | ຄວາມນິຍົມ:
ວັນທີ 9 ທັນວາ 2024 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ສະ ຫຼຸບຖອດຖອນບົດຮຽນວຽກງານລະດົມພົນ ປ້ອງກັນຊາດ ປະຈຳປີ 2024, ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງໄຊຍະບູລີ, ມີ ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຫົວໜ້າການເມືອງ ກອງບັນຊາການທະ ຫານແຂວງໄຊຍະບູລີ, ຄະນະພັກ-ຄະນະບັນຊາ 5 ຫ້ອງ, ກອງບັນຊາການທະຫານເມືອງ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າ ເມືອງ 11 ເມືອງ ແລະ ພະແນກ ການທີ່ກຽ່ວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ເສິກ ໄຊຍະພອນ ຮອງຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານລະດົມພົນ ປະຈຳປີ 2023 ແລະ ທິດທາງແຜນການລະດົມພົນ ປີ 2024 ເຊິ່ງຄະນະອະນຸກຳມະການລະດົມພົນຂັ້ນຕ່າງໆຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂໃນຕໍ່ໜ້າ; ໃນຊຸມປີຜ່ານ ມາຄະນະອະນຸກຳມະການລະດົມພົນແຕ່ລະຂັ້ນໄດ້ສູ້ຊົນປະຕິບັດໜ້າທີ່ໃນການລະດົມໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໂດຍໄດ້ແຕ່ງຕັ້ງວິຊາການເຄື່ອນໄຫວສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນແຕ່ລະບ້ານສຶກສາອົບຮົມໃຫ້ເຂົາເຈົ້າເຂົ້າໃຈແຈ້ງຕໍ່ກົດໝາຍພັນທະປ້ອງກັນຊາດ, ເອົາໃຈໃສ່ເກັບກຳກວດກາຊີວະປະຫວັດ ແລະ ຄັດເລືອກ ເອົາຊາວໝຸ່ມຜູ້ທີ່ມີມາດຖານເງື່ອນໄຂເຂົ້າມາຮັບໃຊ້ຊາດໃນຖັນແຖວກອງທັບໃຫ້ລະອຽດຈະ ແຈ້ງ ຊາຍແທ້ ຍິງແທ້ ບໍ່ຊັກລາຍ, ບໍ່ບ່ອງຫູ ແລະ ສາຍະກຳຕ່າງໆ. ໃນປີ 2024 ນີ້, ຕາມແຜນການຄາດໝາຍແມ່ນຈະລະດົມໃຫ້ໄດ້ 210 ສະຫາຍ, ໃນນີ້ຈະມອບໃຫ້ກຳລັງຫຼວງ 85 ສະຫາຍ.
ທ່ານ ພົງສະຫວັນ ສິດທະວົງ ໄດ້ເນັ້ນໜັກຄະນະອະນຸກຳມະ ການລະດົມພົນຂັ້ນຕ່າງໆ ເອົາ ໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເພີ່ມທະວີວຽກງານສຶກສາອົບຮົມໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍພັນທະປ້ອງກັນຊາດ ເພື່ອເຮັດໃຫ້ທຸກຄົນມີສ່ວນຮ່ວມໃນການປະຕິບັດພັນທະຕໍ່ປະເທດຊາດ, ການຄັດເລືອກຊາວ ໜຸ່ມ-ໄວໜຸ່ມຕ້ອງມີຊີວະປະຫວັດ ຈະແຈ້ງ ແລະ ມີມາດຖານເງື່ອນ ໄຂຄົບຖ້ວນ ເພື່ອຮັບປະກັນເຮັດໃຫ້ການລະດົມພົນໃນປີນີ້ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.
ໂດຍ: ສົມຈີນ ສິນຕາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ