ກອງພັນ 233 ເປັນເຈົ້າພາບຈັດກອງປະຊຸມ ສ່ອງແສງວຽກງານພັກທົ່ວກົມ 213
ເວລາອອກຂ່າວ: 2024-12-13 08:59:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 688 | ຄວາມນິຍົມ:
ໃນບໍ່ດົນມານີ້, ກອງພັນ 233 ທີ່ຂຶ້ນກັບກົມ 213 ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສ່ອງແສງວຽກງານພັກທົ່ວກົມ 213 ປະຈຳປີ 2024, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເຜີຍເພັດ ພົມສີຈັນ ເລຂາຄະນະພັກອົງການກົມ ຫົວໜ້າການເມືອງ ກົມ 213, ມີສະຫາຍ ພັນໂທ ຄຳໄພ ສຳມະວົງ ຄະນະພັກອົງການກົມ 213 ເລຂາຄະນະພັກຮາກຖານ ກອງພັນ 233, ມີບັນດາສະຫາຍຄະນະພັກຮາກຖານ ຢູ່ບັນດາກົມກອງຫ້ອງການ ທົ່ວກົມ 213 ເຂົ້າຮ່ວມ.
ໃນການຈັດຕັ້ງເປີດກອງປະຊຸມສ່ອງແສງວຽກງານພັກຮອບວຽນ ທົ່ວກົມ 213 ປະຈຳເດືອນ ພະຈິກ 2024 ຄັ້ງນີ້, ກໍເພື່ອສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງເດືອນຜ່ານມາ ແລະ ພ້ອມກັນແລກປ່ຽນບົດຮຽນ ເພື່ອເສີມຂະຫຍາຍດ້ານດີ ແລະ ພ້ອມກັນແກ້ໄຂດ້ານອ່ອນຂໍ້ຂົງຂ້າງໃນຕໍ່ໜ້າ ໃຫ້ທັນກັບສະພາບການ ເພື່ອສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ.
ໂດຍ: ນາງ ລິນາ ພົມມະຂັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ