ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ມອບ-ຮັບ ໜ້າທີ່ຫົວໜ້າ​ການເມືອງ, ຫົວໜ້າ​ການ​ທະຫານ ກອງພັນ 416
ເວລາອອກຂ່າວ: 2024-12-13 09:00:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 716 | ຄວາມນິຍົມ:



ວັນ​ທີ 6 ທັນວາ 2024 ນີ້, ກອງພັນ 416 ກອງພັນ​ໃຫຍ່ 302 ກອງ​ພົນ​ທີ 3 ໄດ້​ຈັດ​ພິທີມອບ-ຮັບ​ໜ້າທີ່ ຫົວໜ້າ​ການເມືອງ, ຫົວໜ້າ​ການ​ທະຫານ, ຮອງ​ຫົວໜ້າ​ການ​ທະຫານ ກອງພັນ 416 ລະຫວ່າງ​ຜູ້​ເກົ່າ ແລະ ຜູ້​ໃໝ່, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ອ້ວນ ວຽງ​ສະຫວັນ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 302, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ,ກອງຮ້ອຍ ທົ່ວ​ກອງພັນ 416 ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ໂທ ຄຳ​ພັນ ໄຊ​ຍະ​ວົງ​ສີ ຫົວໜ້າ​ການເມືອງ​ຜູ້​ເກົ່າ , ສະຫາຍ ພັນ​ໂທ ວຽງ​ໄຊ ດາ​ພັນ ຫົວໜ້າ​ການ​ທະຫານ ແລະ ສະຫາຍ ພັນ​ຕີ ພູ​ວັນ ພົມ​ມະ​ວົງ ຮອງ​ຫົວໜ້າ​ການ​ທະຫານ​ຜູ້​ເກົ່າ, ໄດ້​ຜັດປ່ຽນ​ກັນ​ຜ່ານ​ບົດ​ສະຫຼຸບ​ລາຍ​ງານ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ຕົນ ໂດຍ​ຫຍໍ້​ຜ່ານ​ການ​ນຳພາ-ຊີ້​ນຳ ແລະ ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ ໂດຍ​ປິ່ນ​ອ້ອມ​ຕາມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ຄະນະ​ພັກ ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ເວົ້າ​ລວມ, ເວົ້າ​ສະເພາະ ແມ່ນ​ສະພາບ​ລວມ​ທີ່​ຕັ້ງ​ພາລະ​ບົດບາດ ລະບົບ​ໂຄ້ງ​ຮ່າງ ການຈັດຕັ້ງ, ການ​ອົບຮົມ​ຫັດ​ແອບ, ວຽກ​ງານ​ການເມືອງ, ການ​ທະຫານ ລະບົບ​ພື້ນຖານ​ໂຄງ​ລ່າງ, ພາຫະນະ​ຮັບ​ໃຊ້​ຕ່າງໆ ຂອງ​ກົມ​ກອງ ຕະຫຼອດ​ໄລຍະ​ຜ່ານ​ມາ ແລະ ບັນດາ​ໜ້າ​ວຽກ​ທີ່​ຈະ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ໃນ​ຕໍ່ ໜ້າ​ໂດຍ​ຫຍໍ້. ຈາກ​ນັ້ນ, ກໍ​ໄດ້​ລົງ​ນາມ​ເຊັ່ນ​ບົດ​ບັນທຶກ​ມອບ-ຮັບ​ໜ້າທີ່​ໃຫ້ ສະຫາຍ ພັນ​ໂທ ວຽງ​ໄຊ ດາ​ພັນ ຫົວໜ້າ​ການເມືອງ​ຜູ້​ໃໝ່, ສະຫາຍ ພັນ​ຕີ ພູ​ວັນ ພົມ​ມະ​ວົງ ຫົວໜ້າ​ການ​ທະຫານ ແລະ ສະຫາຍ ຮ້ອຍ​ເອກ ວິລັດ​ໄຊ ບຸດ​ດາ​ເຮືອນ ຮອງ​ຫົວໜ້າ​ການ​ທະຫານ ຜູ້​ໃໝ່​ໃຫ້​ສືບຕໍ່​ນຳພາ-ຊີ້​ນຳ ແລະ ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ກົມ​ກອງ​ຕໍ່. ໂດຍ: ພອນ​ແກ້ວ ວິໄລ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ