ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ສອບເສັງພາກຮຽນທີ II ຊັ້ນ ມ 6 ຂອງນັກຮຽນບຳລຸງວັດທະນະທຳ ຊຸດທີ x ປະຈຳສົກຮຽນ 2024-2025
ເວລາອອກຂ່າວ: 2024-12-13 09:01:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 651 | ຄວາມນິຍົມ:
ໃນບໍ່ດົນມານີ້, ຢູ່ທີ່ສະໂມສອນໂຮງຮຽນໄດ້ມີພິທີເປີດການສອບເສັງພາກຮຽນທີ II ຊັ້ນ ມ 6 ຂອງນັກຮຽນບຳລຸງວັດທະນະທຳ ຊຸດທີ x ສົກຮຽນ 2024-2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຫົວໜ້າຫ້ອງອົບຮົມ, ມີຄະນະພັກ-ຄະນະບັນຊາ, ກອງພັນ, ກອງຮ້ອຍ, ຄູ-ອາຈານ, ພາກສ່ວນຮັບໃຊ້ ແລະ ນັກຮຽນບຳລຸງວັດທະນະທຳ ຊຸດທີ x ເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ເຂັມພອນ ພວງວິໄລ ຮອງຫົວໜ້າພະແນກສຶກສາ ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ຜ່ານແຜນການ, ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຂໍ້ກຳນົດ, ກົດລະບຽບຂອງການສອບເສັງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ອະນຸກຳມະການສອບເສັງພາກຮຽນ ທີ II ຊັ້ນມໍ 6 ຂອງນັກຮຽນບຳລຸງວັດທະນະທຳ ຊຸດທີ x ສົກຮຽນປີ 2024-2025 ອີງຕາມລະບຽບຫຼັກການຂອງກະຊວງສຶກສາທິການ-ກິລາ ວາງອອກ ແລະ ໂຄງການຫຼັກສູດວຽກງານການຮຽນ-ການສອນ ກໍຄືແຜນຍົກລະດັບການສຶກສາ ເມື່ອມີການຈັດຕັ້ງຮ່ຳຮຽນແລ້ວຕ້ອງມີການສອບເສັງ ເພື່ອຢັ້ງຢືນລະດັບຄວາມຮູ້ຂອງນັກຮຽນໃນແຕ່ລະຊັ້ນຮຽນໃຫ້ໄດ້ຮັບຜົນດີມີປະລິມານ ແລະ ຄຸນນະພາບສູງ ໃນນີ້, ມີນັກສອບເສັງທັງໝົດ 55 ສະຫາຍ, ເນື້ອໃນສອບເສັງມີ 9 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ປະຫວັດສາດ, ພູມສາດ, ສຶກສາພົນລະເມືອງ ແລະ ວິຊາພາສາອັງກິດ ເຊິ່ງຈະໄດ້ດຳເນີນການສອບເສັງເປັນເວລາ 3 ວັນຈຶ່ງຈະສຳເລັດຕາມແຜນການ.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ