ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ເປີດ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2024
ເວລາອອກຂ່າວ: 2024-12-13 09:02:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 645 | ຄວາມນິຍົມ:



ໃນ​ຕົ້ນ​ເດືອນ​ທັນວາ​ຜ່ານ​ມາ​ນີ້, ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເປີດ​ອົບຮົມ-ຫັດ​ແອບ ວິຊາ​ລະບຽບ​ງົດ​ງາມ ແລະ ສິລະ​ປະຍຸດ​ທະຫານ​ຮາບ ໄລຍະ​ສັ້ນ ໃຫ້​ພະນັກງານ-ນັກຮົບ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ອຳໄພ ອຸ່ມ​ສາ​ພົນ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ບັນດາ​ພະ​ແນກ, ຄູ-ອາຈານ ຕະຫຼອດ​ຮອດ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ຮັກ ໄຊ​ແກ້ວ ຫົວໜ້າ​ພະ​ແນກ​ບໍລິຫານ ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຜ່ານ​ແຜນການ​ອົບຮົມ-ຫັດ​ ແອບ ວິຊາ​ລະບຽບ​ງົດ​ງາມ ແລະ ສິລະ​ປະຍຸດ ທະຫານ​ຮາບ ປະຈຳ​ປີ 2024, ໂດຍ​ເນື້ອ​ໃນ​ທີ່​ນຳ​ມາ​ອົບຮົມ​ມີ ການ​ກຳນົດ​ປ້າຍ​ຊື່ ແລະ ແຜ່ນ​ຫົວ​ຫຼຽນ​ໄຊ​ຕິດ​ປະດັບ​ເຄື່ອງ​ແບບ ນາຍ ແລະ ພົນທະຫານ​ໃນ​ກອງທັບ​ປະຊາຊົນ​ລາວ, ອົບຮົມ​ລະບຽບ​ການ​ນຳ​ໃຊ້​ເຄື່ອງ​ແບບ​ຂອງ​ກອງທັບ, ການຈັດຕັ້ງ​ປະຕິບັດ​ພື້ນຖານ​ລະບຽບ​ບຸກຄົນ, ການ​ຮັບແຂກ ແລະ​ການເຄື່ອນໄຫວ​ກິດຈະກຳ​ພາຍ​ໃນ​ກອງທັບ, ອົບຮົມ​ລະບຽບ​ບຸກຄົນ​ມື​ເປົ່າ, ຫັດ​ແອບ​ຮູບ​ແຖວ​ພື້ນຖານ​ຂັ້ນ​ໝູ່-ກອງພັນ, ລະບຽບ​ພິທີການ​ໃນ​ຮົ່ມ ແລະ ກາງແຈ້ງ, ຮູບ​ແຖວ​ເຄົາລົບ​ທຸງຊາດ​ປະຈຳ​ອາທິດ, ປະຈຳ​ເດືອນ ຂັ້ນ​ກອງພັນ ແລະ ທຽບ​ເທົ່າ, ພາກ​ສິລະ​ປະຍຸດ​ທະຫານ​ຮາບ ອົບຮົມ-ຫັດ​ແອບ ຈັງຫວະ​ຍິງ​ປືນ AK 3 ທ່າ ແລະ ພາກ​ປະຕິບັດ​ຍິງ​ລູກປືນ​ແທ້. ຊຸດ​ອົບຮົມ​ຄັ້ງ​ນີ້, ກໍ​ເພື່ອ​ເປັນ​ການ​ເອກະ​ພາບ​ຄືນ​ບາງ​ທິດ​ສະ​ດີ​ຫຼັກການ ດ້ານ​ວິຊາ​ລະບຽບ​ງົດ​ງາມ, ລະບຽບ​ການ, ຂໍ້​ກຳນົດ​ຕ່າງໆ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ສິລະ​ປະຍຸດ​ທະຫານ​ຮາບ ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ, ເຂັ້ມແຂງ, ຊຸກຍູ້​ໃຫ້​ພະນັກງານ-ນັກຮົບ ຫັນ​ເຂົ້າ​ສູ່​ລະບຽບ​ແບບແຜນ​ຂອງ​ກອງທັບ ໂດຍ​ສະເພາະ ແມ່ນ​ປະຕິບັດ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ​ຂອງ​ກອງທັບ ໃຫ້​ເຂັ້ມ​ງວດ, ສ້າງ​ໃຫ້​ກົມ​ກອງ​ມີ​ລະບຽບ​ແບບແຜນ​ທັນ​ສະໄໝ. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ