ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ໜ່ວຍ​ພັກ ກອງຮ້ອຍ 232 ສຳເລັດ ​ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ Vll
ເວລາອອກຂ່າວ: 2024-12-13 09:04:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 585 | ຄວາມນິຍົມ:



ໃນ​ວັນ​ທີ 4 ທັນວາ 2024 ນີ້, ໜ່ວຍ​ພັກ ກອງຮ້ອຍ 232 ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ສຳເລັດ​ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ Vll ດ້ວຍ​ຜົນ​ລຳ​ເລັດ​ອັນ​ຈົບງາມ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ຕັນ ແພງ​ສີດາ ຫົວໜ້າ​ຫ້ອງການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ສະມາຊິກ​ພັກ​ໃນ​ກອງຮ້ອຍ 232 ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ອຸ່ນ​ເຮືອນ ສຸ​ລິ​ເກດ ເລຂາ​ໜ່ວຍ​ພັກ ຫົວໜ້າ​ການເມືອງ ກອງຮ້ອຍ 232 ໄດ້ ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ 2 ພາກ ຄະນະ​ພັກ​ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ​ຕະ​ຫອດ​ໄລຍະ 5 ປີຜ່ານມາ ໄດ້​ຖື​ເອົາ​ວຽກ​​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ​ສະມາຊິກ​ພັກ ເປັນ​ສຳຄັນ ຕິດ​ພັນ​ກັບ​ວຽກ​ງານ​ວິຊາ​ສະເພາະ​ເປັນ​ຫຼັກ ຮັບປະກັນ​ໄດ້​ການ​ຮັບ-ສົ່ງ​ຄຳ​ສັ່ງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ​ໄດ້​ເປັນ​ປົກກະຕິ, ໄດ້​ຮັບ-ສົ່ງ​ຄຳ​ສັ່ງ​ຕ່າງໆ​ລົງ​ບັນດາ​ກົມ​ກອງ​ໄດ້ 5.570 ສະບັບ, ຍາມ​ຈັກ​ໂທລະສັບ​ໄດ້ 365 ເທືອ​ຄົນ, ຕິດ​ຕັ້ງ​ລະບົບ​ໂທລະ​ໂຄ່ງ​ໄດ້ 2 ບ້ານ, ສ້ອມແປງ​ພາຫະນະ​ສື່ສານ​ທີ່​ເປ່​ເພ​ຈຳນວນ 156 ເຄື່ອງ, ປ່ຽນ​ຖ່າຍ​ເຄື່ອງຮັບ​ໃຊ້​ສື່ສານ​ຢູ່​ບັນດາ​ກົມ​ກອງ​ໄດ້ 10 ຄັ້ງ ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ວິຊາ​ສະເພາະ​ແລ້ວ ຄະນະ​ພັກ-ຄະນະ​ບັນຊາ​ຍັງ​ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ​ພະນັກງານ-ນັກຮົບ​ສ້າງ​ເສດຖະກິດ​ແກ້​ໄຂ​ຊິວິດ​ການ​ເປັນ​ຢູ່​ດ້ວຍ​ການ​ປູກ​ຟັງ​ລ້ຽງສັດ, ລ້ຽງ​ງົວ 9 ໂຕ, ລ້ຽງ​ປາ 6.000 ກວ່າ​ໂຕ, ປູກ​ພືດ​ຜັກ​ເຂົ້າ​ເຮືອນຄົວ​ລວມ​ໄດ້​ຈຳນວນ​ໜຶ່ງ, ສ້າງ​ລາຍ​ໄດ້​ຈາກ​ການ​ຂາຍ​ສັດລ້ຽງ​ໄດ້ 16.250.000 ກີບ ສາມາດ​ຕີ​ລາຄາ​ແບ່ງ​ປະເພດ​ສະມາຊິກ​ພັກ​ແຂງ 100% ຂອງ​ຈຳນວນ​ສະມາຊິກ​ພັກ ແລະ ປະເພດ​ໜ່ວຍ​ພັກ​ເປັນ​ໜ່ວຍ​ແຂງ. ພ້ອມ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ໃຊ້​ສິດ​ປະຊາທິປະໄຕ​ຄັດ​ເລືອກ​ເອົາ​ຄະນະ​ພັກ​ຊຸດ​ໃໜ່ ເຊິ່ງ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ ໄດ້​ຮັບຮອງ​ເອົາ ສະຫາຍ ຮ້ອຍ​ເອກ ອຸ່ນ​ເຮືອນ ສຸ​ລິ​ເກດ ເປັນ​ເລຂາ​ໜ່ວຍ​ພັກ, ພັນ​ຕີ ສຸ​ນິ​ຈັນ ບູນ​ມີ ເປັນ​ຮອງ​ເລຂາ, ພັນ​ຕີ ຄຳ​ເພີຍ ຄູນ​ສີ​ປະເສີດ, ພັນ​ຕີ ເບີຍ ກອງ​ວັນ ແລະ ພັນ​ຕີ ທອງ​ພັດ ໄຊ​ສົງຄາມ ເປັນ​ກຳມະການ. ໂດຍ: ນາງ ບົວ​ລິ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ