ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມການເງິນກອງທັບປະຊາຊົນລາວ ແລະ ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍ
ເວລາອອກຂ່າວ: 2019-06-24 09:17:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1023 | ຄວາມນິຍົມ:



ໃນລະຫວ່າງວັນທີ 18-21 ມິຖຸນາ 2019 ນີ້, ສະຫາຍ ພັນ ເອກ ເລວັນຖວັນ ຮອງຫົວໜ້າ ກົມການເງິນກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະໄດ້ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດເຮົາຢ່າງ ເປັນທາງການໂດຍໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນ ຈາກສະ ຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບປະຊາ ຊົນລາວ ພ້ອມດ້ວຍຄະນະ. ການມາຢ້ຽມຢາມລາວຂອງ ຄະນະຜູ້ແທນດັ່ງກ່າວ ໃນຄັ້ງນີ້ ແມ່ນເພື່ອເຂົ້າຮ່ວມກອງປະຊຸມ ພົບປະແລກປ່ຽນຖອດຖອນບົດ ຮຽນຂອງ 2 ກົມດັ່ງກ່າວ ເຊິ່ງ ທັງສອງຝ່າຍຕ່າງກໍໄດ້ຜັດປ່ຽນ ກັນລາຍງານຜົນຂອງການພົວ ພັນຮ່ວມມືໃນໄລຍະຜ່ານມາໃຫ້ກັນ ແລະ ກັນ ຊາບ ເຊິ່ງເຫັນວ່າມີຜົນສຳເລັດ ໃນຫຼາຍດ້ານ ເປັນຕົ້ນແມ່ນການ ແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຊ່ວຍເຫຼືອໃນການກໍ່ສ້າງ ແລະ ບຳລຸງພະນັກງານວິຊາ ການ. ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກົມ ການເງິນກອງທັບປະຊາຊົນ ຫວຽດນາມ ໃນຄັ້ງນີ້ມັນຍັງເປັນ ການເພີ່ມທະວີການພົວພັນຮ່ວມ ມືຂອງ ສອງກອງທັບເວົ້າລວມ, ເວົ້າສະເພາະກໍແມ່ນສອງກົມ ແຜນການການເງິນກອງທັບ ລາວ-ຫວຽດນາມໃຫ້ນັບມື້ໄດ້ຮັບ ການຂະຫຍາຍຕົວເຂົ້າສູ່ລວງ ເລີກ. ນອກຈາກນີ້ຄະນະຜູ້ແທນ ດັ່ງກ່າວຍັງ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງ ກັນປະເທດ, ໄປຢ້ຽມຢາມກອງ ບັນຊາການທະຫານແຂວງວຽງ ຈັນ. ໃນໂອກາດດັ່ງກ່າວກອງບັນ ຊາການທະຫານແຂວງວຽງຈັນ ຍັງໄດ້ຈັດພິທີບາສີສູ່ຂວັນຕາມ ຮີດຄອງປະເພນີຂອງລາວ ແລະ ໄປຢ້ຽມຊົມເຂື່ອນໄຟຟ້ານໍ້າງື່ມ, ນອກນີ້ຍັງໄດ້ເຂົ້າຮ່ວມກິດຈະກຳ ເພື່ອຮັດແໜ້ນຄວາມສາມັກຄີລະ ຫວ່າງກົມແຜນການ-ການເງິນ ກອງທັບປະຊົນຫວຽດນາມ ແລະ ກົມແຜນການ-ການເງິນກອງ ທັບປະຊາຊົນລາວໃຫ້ແໜ້ນແຟ້ນ ຍິ່ງຂຶ້ນຕື່ມອີກ, ຈາກນັ້ນໃນຕອນ ແລງຂອງວັນທີ 21 ມິຖຸນາ 2019 ສະຫາຍພັນເອກ ເລວັນ ຖ້ວນ ພ້ອມດ້ວຍຄະນະກໍໄດ້ເດີນ ທາງກັບຄືນປະເທດດ້ວຍຄວາມ ສະຫວັດດີພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ