ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສສຊ ຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ
ເວລາອອກຂ່າວ: 2019-06-25 09:59:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າຂອງວັນ ທີ 24 ມິຖຸນາ 2019 ນີ້, ເຊິ່ງ ເປັນມື້ທີ 14 ຂອງການດຳເນີນ ກອງປະຊຸມດັ່ງກ່າວ, ຢູ່ທີ່ຫ້ອງ ປະຊຸມສະພາແຫ່ງຊາດ, ນະຄອນ ຫຼວງວຽງຈັນ, ​ໂດຍການເປັນປະ ທານຂອງທ່ານ ພົນໂທ ແສງນວນ ໄຊຍະລາດ, ຮອງປະທານສະພາ ແຫ່ງຊາດ, ພ້ອມດ້ວຍບັນດາທ່ານ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ຄະ ນະລັດຖະບານ ແລະ ຄະນະກຳ ມະການຮ່າງກົດໝາຍເຂົ້າຮ່ວມ. ໃນວາລະຂອງການດຳເນີນ ກອງປະຊຸມທ່ານ ຄຳແພງ ໄຊ ສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມໄດ້ລາຍງານຕໍ່ກອງປະ ຊຸມວ່າ: ກົດໝາຍວ່າດ້ວຍການ ຄຸ້ມຄອງໄພພິບັດເປັນກົດໝາຍ ສ້າງຂຶ້ນໃໝ່, ປະກອບດ້ວຍ 10 ພາກ,​8 ໝວດ ແລະ 76 ມາດຕາ, ເຊິ່ງໄດ້ກຳນົດບັນດາຫຼັກການ, ລະບຽບການ ແລະ ມາດຕາການ ກ່ຽວກັບການຄຸ້ມຄອງໄພພິບັດ, ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ມີປະສິດທິພາບ ແລະ ປະສິດທິ ຜົນ, ຮັບປະກັນການສະໜອງຂໍ້ ມູນຂ່າວສານ, ຊັດເຈນ, ວ່ອງ ໄວ, ແນໃສ່ເຝົ້າລະວັງຫຼຸດຜ່ອນ ຜົນກະທົບທີ່ເກີດຈາກໄພພິບັດຕໍ່ ສຸຂະພາບຊີວິດຊັບສິນຂອງລັດ, ລວມໝູ່, ປະຊາຊົນ, ສິ່ງແວດ ລ້ອມ ແລະ ໂຄງລ່າງພື້ນຖານ,​ ພ້ອມທັງຟື້ນຟູ, ບູລະນະ ແລະ ກໍ່ ສ້າງຄືນໃໝ່ຫຼັງໄພພິບັດ, ສາມາດ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ, ຍືນຍົງ ແລະ ຄວາມໝັ້ນຄົງຂອງປະເທດຊາດ. ໄພພິບັດແມ່ນເຫດການທີ່ເປັນ ອັນຕະລາຍຮ້າຍແຮງທີ່ເກີດຂຶ້ນ ຈາກທຳມະຊາດ ຫຼື ມະນຸດສ້າງ ຂຶ້ນ, ເຊິ່ງໄດ້ສ້າງຄວາມເສຍ ຫາຍຢ່າງຫຼວງຫຼາຍຕໍ່ສຸຂະພາບ, ຊີວິດ,​ ຊັບສິນ, ເສດຖະກິດ ແລະ ການດຳລົງຊີວິດຂອງຄົນໃນສັງ ຄົມ, ສະນັ້ນການຄຸ້ມຄອງໄພພິ ບັດແມ່ນການຈັດຕັ້ງປະຕິບັດບັນ ດາຫຼັກການ, ລະບຽບການ ແລະ ມາດຕາການກ່ຽວກັບການປ້ອງ ກັນ, ຄວບຄຸມ ແລະ ການຟື້ນຟູ ຫຼັງໄພພິບັດໃຫ້ໄປຕາມລະບຽບ ກົດໝາຍ ແລະ ມີປະສິດທິຜົນ. ຫຼັງຈາກນັ້ນປະທານກອງປະ ຊຸມໄດ້ມີຄຳເຫັນເຈາະຈີ້ມ ແລະ ເນັ້ນໜັກໃສ່ບາງພາກ, ໝວດ ແລະ ມາດຕາຂອງກົດໝາຍສະ ບັບດັ່ງກ່າວເພື່ອໃຫ້ເປັນບ່ອນອີງ ອັນໜັກແໜ້ນແກ່ບັນດາທ່ານສະ ມາຊິກສະພາແຫ່ງຊາດໄດ້ປະ ກອບຄຳຄິດເຫັນ, ຊອກໃຫ້ເຫັນ ຫຼາຍບັນຫາທີ່ເປັນຜົນກະທົບ, ອຸ ປະສັກວິທີຄຸ້ມຄອງ ແລະ ແກ້ໄຂ ໄພພິບັດທີ່ອາດຈະເກີດຂຶ້ນ ເພື່ອ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມອຸ ດົມສົມບູນ ແລະ ສາມາດນຳໄປ ຈັດຕັ້ງປະຕິບັດໄດ້. ຖ້າຫາກວ່າກົດໝາຍສະບັບ ດັ່ງກ່າວໄດ້ຮັບການພິຈາລະນາ ຮັບຮອງ ແລະ ປະກາດນຳໃຊ້ ຢ່າງເປັນທາງການເຊື່ອແນ່ວ່າ ຈະກາຍເປັນເຄື່ອງມືອັນໜັກ ແໜ້ນໃນການຄຸ້ມຄອງ ແລະ ບໍລິ ຫານຈັດການບັນຫາໄພພິບັດຢ່າງ ທ່ວງທັນ ແລະ ມີປະສິດທິພາບ. ໃນຕອນທ້າຍບັນດາທ່ານສະ ມາຊິກສະພາແຫ່ງຊາດໃນແຕ່ລະ ເຂດເລືອກຕັ້ງໄດ້ພ້ອມກັນໃຊ້ສິດ ແຫ່ງການເປັນຕົວແທນຂອງປະ ຊາຊົນບັນດາເຜົ່າລົງຄະແນນ ສຽງຮັບຮອງເອົາກົດໝາຍສະ ບັບດັ່ງກ່າວດ້ວຍສຽງສ່ວນຫຼາຍ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ