ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງອຸດົມໄຊ - ລາຍເຈົ່າ ພົບປະແລກປ່ຽນບົດຮຽນປະຈຳປີ 2019
ເວລາອອກຂ່າວ: 2019-06-28 09:20:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 5674 | ຄວາມນິຍົມ:



ໂດຍປະຕິບັດຕາມແນວທາງ ການຮ່ວມມືຮອບດ້ານຂອງລັດຖະ ບານກໍຄືສອງກະຊວງປ້ອງກັນ ປະເທດ ແລະ ການນໍາສອງແຂວງ ອຸດົມໄຊ-ລາຍເຈົ່າໃນຊຸມປີຜ່ານ ມາ ກອງບັນຊາການທະຫານ ແຂວງອຸດົມໄຊ ແລະ ກອງບັນ ຊາການທະຫານ ແຂວງລາຍເຈົ່າ ສສ ຫວຽດນາມ ໄດ້ຈັດພິທີພົບປະ ແລກປ່ຽນບົດຮຽນຮ່ວມກັນຂຶ້ນ ໃນວັນທີ 20 ມິຖຸນາ 2019 ຢູ່ທີ່ ກອງບັນຊາການທະຫານແຂວງ ລາຍເຈົ່າ. ຝ່າຍລາວນໍາໂດຍສະ ຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກໍາມະການປະຈໍາພັກ ແຂວງ, ເລຂາພັກ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງອຸດົມໄຊ, ຝ່າຍຫວຽດ ນາມ ໂດຍແມ່ນສະຫາຍ ພັນເອກ ເຈິນວັນບັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ລາຍເຈົ່າພ້ອມດ້ວຍຄະນະນຳທັງ ສອງຝ່າຍເຂົ້າຮ່ວມ. ພິທີພົບປະສອງຝ່າຍໄດ້ລາຍ ງານສະພາບການເຄື່ອນໄຫວຈັດ ຕັ້ງປະຕິບັດວຽກງານໃຫ້ກັນ ແລະ ກັນຮັບຮູ້ໂດຍສະເພາະແມ່ນຂົງ ເຂດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບການພັດ ທະນາເສດຖະກິດ-ສັງຄົມ, ການ ພົວພັນຮ່ວມມືຂອງສອງກໍາລັງ ປະກອບອາວຸດ ແລະ ວຽກງານ ພົວພັນຕ່າງປະເທດ. ໃນຊຸມປີຜ່ານ ມາສອງກອງບັນຊາການທະ ຫານແຂວງໄດ້ໃຫ້ການຮ່ວມມື ຊ່ວຍເຫຼືອເຊິ່ງກັນຫຼາຍດ້ານເປັນ ຕົ້ນແມ່ນ: ການໃຫ້ທຶນຊ່ວຍເຫຼືອ ໃນການພັດທະນາກົມກອງ, ການ ຍົກລະດັບຄວາມຮູ້ດ້ານວິຊາ ສະເພາະ, ການອົບຮົມ-ຫັດແອບ ກຽມພອ້ມສູ້ຮົບ ແລະ ສືບຕໍ່ໃນ ການເພີ່ມພູນຄູນສ້າງສາຍພົວພັນ ຮ່ວມມື,ຄວາມສາມັກຄີແບບພິ ເສດລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃຫ້ນັບມື້ຈະເລີນງອກ ງາມຍິ່ງໆຂຶ້ນ. ນອກຈາກນີ້ໃນປີ 2018 ຜ່ານມາກອງບັນຊາການ ທະຫານແຂວງອຸດົມໄຊ ກໍໄດ້ໃຫ້ ການຊ່ວຍເຫືຼອທາງດ້ານວັດຖຸປັດ ໃຈແກ່ກອງບັນຊາການທະຫານ ແຂວງລາຍເຈົ່າ ໃນການແກ້ໄຂ ບັນຫາໄພພິບັດທໍາມະຊາດທີ່ສົ່ງ ຜົນກະທົບຕໍ່ປະຊາຊົນຈໍານວນ 186 ລ້ານດົງ, ກອງບັນຊາການ ທະຫານແຂວງລາຍເຈົ່າ ໄດ້ໃຫ້ ທຶນຊ່ວຍເຫຼືອກອງບັນຊາການ ທະຫານແຂວງອຸດົມໄຊ ໃນການ ປັບປຸງກໍ່ສ້າງກົມກອງຈໍານວນ 100 ລ້ານດົງ ແລະ ກອງບັນຊາ ການທະຫານເຂດ 2 ຊ່ວຍເຫຼືອ ທຶນຕັ້ງເຮືອນມິດຕະພາບ 1 ຫຼັງ ມູນຄ່າ 300 ລ້ານດົງ, ເຮືອນນອນ ປິ່ນປົວຄົນເຈັບໂຮງໝໍທະຫານ ແຂວງອຸດົມໄຊ 1 ຫຼັງມູນຄ່າ 2,2 ຕື້ກີບເທົ່າກັບ 6 ຕື້ດົງ. ໂອກາດດຽວກັນນີ້ ສອງຝ່າຍ ຍັງໄດ້ເຊັນບົດບັນທຶກຊ່ວຍຈໍາ ເພື່ອສືບຕໍ່ໃນການພັດທະນາຮ່ວມ ມືກັນໃນຂົງເຂດວຽກງານຕ່າງໆ ໃນຊຸມປີຕໍ່ໜ້າ ແລະ ຍັງໄດ້ເຂົ້າ ຮ່ວມຊົມການຊ້ອມຮົບປະສານ ສຽງແຕກທີ່ກອງພັນໃຫຍ່ 880 ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ