ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສພຂ ເຊກອງ ຊຸດທີ II
ເວລາອອກຂ່າວ: 2025-01-14 14:06:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 541 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງເຊກອງ (ສພຂ) ຊຸດທີ II ໄຂຂຶ້ນໃນວັນທີ 14 ມັງກອນ 2025 ນີ້. ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງເຊກອງ, ມີທ່ານຮອງເຈົ້າແຂວງ, ການນໍາພັກ-ລັດຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງເຂົ້າຮ່ວມ. ທ່ານ ດົງເພັດ ພະຍົນ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ແມ່ນຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ ເປັນຕົ້ນ, ພິຈາລະນາ ແລະ ຮັບຮອງບົດລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຜນການລົງທຶນຂອງລັດ ປະຈໍາປີ 2024; ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຂອງແຂວງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025; ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍວຽກງານ 3 ສ້າງ, ວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ແຜນສູ້ຊົນ ປີ 2025; ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ບົດລາຍງານຂອງອົງການກວດສອບແຫ່ງລັດ ປະຈໍາພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ຂອງອົງການກວດສອບປະຈໍາພາກໃຕ້; ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2022. ກອງປະຊຸມຈະໄດ້ຮັບຟັງການປະກອບຄໍາເຫັນ ຂອງອົງການແນວລາວສ້າງຊາດແຂວງຕໍ່ການເຄື່ອນໄຫວ ຂອງສະພາປະຊາຊົນແຂວງ ແລະ ຮັບຟັງການຊີ້ແຈງບາງບັນຫາສໍາຄັນ ແລະ ພົ້ນເດັ່ນຂອງແຂວງໜຶ່ງ ທີ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຍົກຂຶ້ນ ຫຼື ຊັກຖາມໃນກອງປະຊຸມຈາກອົງການປົກຄອງແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ. ໂດຍ: ກອງຄໍາ ຈິ່ງດ້າຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ