
ປະກາດແຕ່ງຕັ້ງ ຄະນະໜ່ວຍປະສານງານ ປະຈໍາພື້ນທີ່ຊາຍແດນ ນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2025-01-14 15:18:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 468 | ຄວາມນິຍົມ:
ພິທີປະກາດການຈັດຕັ້ງ ຄະນະໜ່ວຍປະສານງານ ປະຈໍາພື້ນທີ່ຊາຍແດນນະຄອນຫຼວງວຽງຈັນ ແລະ ສະຫຼຸບສັງລວມການເຄື່ອນໄຫວຂອງ ໜ່ວຍງານປະສານງານ ປະຈໍາພື້ນທີ່ນະຄອນຫຼວງວຽງຈັນ ປະຈໍາປີ 2024 ໄດ້ຈັດຂຶ້ນ ວັນທີ 13 ມັງກອນ 2025 ນີ້, ຢູ່ທີ່ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ ແລະ ກຳລັງຈາກກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ຕະຫຼອດຮອດຜູ້ທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາພູ ຄໍາພະຈັນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ລາຍງານສະຫຼຸບການເຄື່ອນໄຫວປະຕິບັດງານ ແລະ ແກ້ໄຂບາງກໍລະນີ້ ທີ່ເກີດຂຶ້ນຢູ່ຕາມຊາຍແດນແມ່ນໍ້າຂອງນະຄອນຫຼວງວຽງຈັນວ່າ: ສາມາດມ້າງຄະດີ ແລະ ຈັບໂຕເປົ້າໝາຍ, ສາມາດຕ້ານສະກັດກັ້ນປະກົດການຫຍໍ້ທໍ້ ໃນຂອບເຂດນະຄອນຫຼວງວຽງຈັນໄດ້ທັນເວລາ. ນອກຈາກນັ້ນ, ໄດ້ເປີດກອງປະຊຸມໜ່ວຍງານປະສານງານສະກັດກັ້ນ ແລະ ແກ້ໄຂ້ຢາເສບຕິດ ປະຈໍາພື້ນທີ່ຊາຍແດນເປັນທາງການ ລາວ-ໄທ 1 ຄັ້ງ, ປະຊຸມນອກຮອບໂດຍບໍ່ເປັນທາງການ 3 ຄັ້ງ ແລະ ສ້າງແຜນລາດຕະເວນຮ່ວມກັນສໍາເລັດ.
ສະຫາຍ ພັນເອກ ວັນໄຊ ສິລິປັນຍາ ຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງຄະນະ, ກອງເລຂາ ແລະ ຊ່ວຍວຽກໜ່ວຍງານ ປະສານປະຈໍາພື້ນທີ່ຊາຍແດນນະຄອນຫຼວງວຽງຈັນ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໃນນີ້, ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ບຸນລິດ ສີສຸພອນ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະ, ສະຫາຍ ພັນໂທ ກົງ ຄະນະລັງສຸກ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເປັນຮອງ, ສະຫາຍ ພັນເອກ ວັນໄຊ ສິລິປັນຍາ ຫົວໜ້າຫ້ອງການ ປກຊ-ປກສ ນວ ເປັນຄະນະ, ສະຫາຍ ພັນໂທ ຄໍາພູ ຄໍາພະຈັນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເປັນຄະນະ, ສະຫາຍ ພັນໂທ ບຸນມີ ແກ້ວພົມມາ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ເປັນຄະນະ. ນອກຈາກນັ້ນ, ກໍໄດ້ແຕ່ງຕັ້ງກອງເລຂາ ແລະ ພາກສ່ວນຊ່ວຍວຽກ ອີກຈໍານວນໜຶ່ງ.
ໂດຍ: ທະນັນເສນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ