ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງວ່າການກະຊວງປ້ອງກັນປະເທດ ເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານ (ສະບັບປັບປຸງ)
ເວລາອອກຂ່າວ: 2019-06-28 09:26:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ຫ້ອງວ່າການກະຊວງປ້ອງ ກັນປະເທດໄດ້ຈັດຕັ້ງເຜີຍແຜ່ກົດໝາຍນາຍທະຫານ ກອງທັບປະ ຊາຊົນ ລາວ (ສະບັບປັບປຸງ) ຂຶ້ນ ໃນຕອນເຊົ້າວັນທີ 21 ມິຖຸນາ 2019 ນີ້, ໂດຍການເຂົ້າຮ່ວມ ເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ພັນເອກ ໄພວັນ ຈັນທະ ພົມມາ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະ ນະພັກ - ຄະນະບັນຊາກົມ, ກອງ, ຫ້ອງການ, ບໍລິສັດ-ລັດວິສາຫະ ກິດຕະຫຼອດຮອດພະນັກງານຫຼັກ ແຫຼ່ງທົ່ວອົງການຫ້ອງວ່າການ ກະຊວງປ້ອງກັນປະເທດເຂົ້າ ຮ່ວມ. ການເຜີຍແຜ່ກົດໝາຍນາຍທະ ຫານກອງທັບປະຊາຊົນລາວ (ສະ ປັບປຸງ) ໃນຄັ້ງນີ້ກໍເພື່ອເຮັດໃຫ້ ນາຍທະຫານພະນັກງານນັກຮົບໄດ້ຮັບຮູ້ເຂົ້າໃຈແຈ້ງກ່ຽວກັບກົດ ໝາຍ ແລະ ການນໍາໃຊ້ກົດໝາຍ ນາຍທະຫານຢ່າງຖືກຕ້ອງ ແລະ ມີຄວາມຊັດເຈນເຂົ້າໃນການ ເຄື່ອນໄຫວປະຕິບັດໜ້າທີ່ວຽກ ງານຂອງຕົນ, ທັງເປັນການປົກ ປ້ອງສິດຜົນປະໂຫຍດອັນຊອບ ທຳຂອງນາຍທະຫານໃຫ້ມີຄວາມ ສອດຄ່ອງກັບສະພາບຄວາມເປັນ ຈິງຂອງສັງຄົມ. ໃນນີ້ກົດໝາຍ ວ່າດ້ວຍນາຍທະຫານປະກອບມີ 5 ພາກ, 4 ໝວດ ແລະ 50 ມາດ ຕາ, ທັງນີ້ກໍເພື່ອເປັນການສຶກ ສາອົບຮົມການເມືອງ, ນໍາພາ ແນວຄິດໃຫ້ແກ່ນາຍ ແລະ ພົນ ທະຫານເຂົ້າໃຈກໍາໄດ້ທີ່ຕັ້ງພາ ລະບົດບາດ, ສິດ, ໜ້າທີ່ຄວາມ ຮັບຜິດຊອບຂອງຕົນ. ນອກຈາກ ນີ້ຍັງເປັນການປູກຈິດສໍານຶກໃຫ້ພະນັກງານ-ນັກຮົບທຸກສະຫາຍໄດ້ເຂົ້າໃຈກ່ຽວກັບກົດໝາຍ ແລະ ການນຳໃຊ້ກົດໝາຍຢ່າງຖືກ ຕ້ອງໃນການປົກປ້ອງສິດຜົນປະ ໂຫຍດອັນຊອບທຳຂອງຕົນ. ໂອກາດນີ້, ສະຫາຍ ພັນເອກ ໄພວັນ ຈັນທະພົມມາ ກໍໄດ້ເນັ້ນ ໜັກໃຫ້ນາຍ ແລະ ພົນທະຫານທີ່ ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ ກົດໝາຍວ່າດ້ວຍນາຍທະຫານ (ສະບັບປັບປຸງ) ໃນຄັ້ງນີ້, ຈົ່ງ ພ້ອມກັນກຳໃຫ້ໄດ້ທີ່ຕັ້ງ, ພາລະ ບົດບາດ, ສິດ, ໜ້າທີ່ຄວາມຮັບ ຜິດຊອບຂອງຕົນເພື່ອຮັບປະກັນ ໃນການກໍ່ສ້າງພະນັກງານນຳພາ, ບັນຊາ, ຄຸ້ມຄອງ ແລະ ກວດກາ ການເຄື່ອນໄຫວຂອງນາຍທະ ຫານເພື່ອແນໃສ່ເຮັດໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງ ແນວຄິດ, ເຂັ້ມແຂງທາງດ້ານ ການຈັດຕັ້ງ, ມີລະບຽບວິໄນເຂັ້ມ ງວດ, ພ້ອມກັນເອົາໃຈໃສ່ເຊື່ອມ ຊຶມຊອກຮູ້ຮໍ່າຮຽນກົດໝາຍໂດຍ ສະເພາະກົດໝາຍວ່າດ້ວຍນາຍ ທະຫານ ແລະ ເປັນເຈົ້າການໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ຂ່າວໃຫ້ຮູ້ຕື່ມອີກວ່າ: ກົມໃຫຍ່ພະລາທິການກອງທັບກໍໄດ້ຈັດຕັ້ງ ເຜີຍແຜ່ກົດໝາຍວ່າດ້ວຍນາຍທະ ຫານສະບັບປັບປຸງເຊັ່ນດຽວກັນ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ