
ກອງໂທລະພາບກອງທັບ ມອບເຄື່ອງ ອຸປະກອນໄອທີ ໃຫ້ກອງພົນທີ 1
ເວລາອອກຂ່າວ: 2025-01-15 09:07:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 548 | ຄວາມນິຍົມ:
ໃນວັນທີ 9 ມັງກອນ 2025 ນີ້, ສະຫາຍ ພັນໂທ ທອງນຶກ ທອງປະສິດ ຮອງຫົວໜ້າກອງໂທ ລະພາບກອງທັບ ພ້ອມດ້ວຍຄະ ນະ, ມີ ທ່ານ ພອນປະເສີດ ຈັນທຸມ ພອນ ຜູ້ອຳນວຍການບໍລິສັດ ພີແອວ ພ້ອມດ້ວຍວິຊາການ ໄດ້ເຄື່ອນໄຫວມອບເຄື່ອງອຸປະກອນໄອທີ (ຮັບສົ່ງຂໍ້ມູນຂ່າວ-ບົດ) ແລະ ຕິດຕັ້ງອຸປະກອນເຊື່ອມຕໍ່ອິນເຕີເນັດ ສົ່ງຂໍ້ມູນຂ່າວ-ບົດ ໃຫ້ກອງພົນທີ 1, ໂດຍມີສະຫາຍ ພັນໂທ ບຸນເລີດ ຄຳໂພໄຊ ຮອງຫົວໜ້າຫ້ອງການເມືອງ ກອງພົນ ທີ 1 ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.
ອີງຕາມແຜນການກໍ່ສ້າງສູນຜະລິດຂ່າວໂທລະພາບກອງທັບ ຢູ່ບັນດາກົມກອງ-ທ້ອງຖິ່ນ ເພື່ອ ກໍ່ສ້າງສູນຂ່າວໂທລະພາບກອງ ທັບ ຢູ່ບັນດາກອງພົນ ແລະ ກອງບັນຊາການທະຫານແຂວງໃນທົ່ວປະເທດ ເຮັດໃຫ້ການຮັບສົ່ງ ຂໍ້ມູນຂ່າວ-ບົດ ລະຫວ່າງກົມ ກອງທ້ອງຖິ່ນ ກັບ ສະຖານີໂທ ລະພາບກອງທັບ ມີຄວາມສະ ດວກວ່ອງໄວ, ທັນກັບສະພາບການ, ອີງຕາມໜັງສືແຈ້ງຕອບ ຂອງໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ ກ່ຽວກັບການສະໜອງສາຍໄຍ ແກ້ວ, ອຸປະກອນເຄື່ອງສົ່ງ ແລະ ອຸປະກອນປາຍທາງ ເພື່ອຕອບສະໜອງລະບົບ DPLC ໃຫ້ກັບ 5 ກອງພົນ, 17 ກອງບັນຊາການທະຫານແຂວງ ແລະ 1 ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ. ສຳລັບອຸປະ ກອນໄອທີ ທີ່ນຳມາມອບໃນຄັ້ງນີ້, ກອງໂທລະພາບກອງທັບໄດ້ ປະກອບຄົບຊຸດ ຈຳນວນ 1 ຊຸດ ໃນນັ້ນ, ມີຊຸດຄອມພິວເຕີຕັ້ງ ໂຕະ, ໂຕະ, ຕັ່ງ, ເຄື່ອງຮັບສົ່ງຂໍ້ມູນຂ່າວ-ບົດ Desktop PC+Table ມອບໃຫ້ກອງພົນທີ 1 ເປັນຜູ້ປົກປັກຮັກສາ ແລະ ນຳໃຊ້ເຂົ້າໃນວຽກງານການສົ່ງຂໍ້ມູນຂ່າວຂອງກົມກອງ. ຈາກນັ້ນ, ກໍໄດ້ມອບ-ຮັບຢ່າງເປັນທາງການ, ຕາງໜ້າມອບໂດຍສະຫາຍ ພັນໂທ ຄຳສອນ ຈິນທະປັນຍາ ຫົວໜ້າພະແນກບໍລິຫານ-ສັງລວມ ກອງໂທລະພາບກອງທັບ ແລະ ຮັບໂດຍສະຫາຍ ພັນໂທ ບຸນເນືອງ ສຸດດາວົງ ຫົວໜ້າພະແນກໂຄສະນາອົບຮົມ ກອງພົນທີ 1, ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເປັນສັກຂີພະຍານ.
ໂອກາດນີ້, ສະຫາຍ ພັນໂທ ບຸນເລີດ ຄຳໂພໄຊ ໄດ້ຕາງໜ້າກ່າວສະແດງຄວາມຂອບໃຈ ຕໍ່ກອງໂທລະພາບກອງທັບ ທີ່ເຫັນໄດ້ຄວາມໝາຍສຳຄັນ ແລະ ຄວາມຈຳເປັນຂອງວຽກງານຂ່າວສານສື່ມວນຊົນ ຢູ່ກອງພົນທີ 1 ຈຶ່ງໄດ້ມອບອຸປະກອນເຕັກນິກທີ່ທັນສະໄໝໃຫ້ໃນຄັ້ງນີ້, ເພື່ອຄວາມສະດວກໃນການນຳສົ່ງຂໍ້ມູນຂ່າວໃຫ້ແກ່ກອງໂທລະພາບກອງທັບມີຄວາມວ່ອງໄວ, ທັນກັບສະພາບເຫດການ ແລະ ມີ ປະສິດທິພາບສູງ.
ໂດຍ: ຊັນໂດ ລາດຊະພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ