
ກົມວິທະຍາສາດ-ປະຫວັດສາດການທະຫານ ປິດຂະບວນການແຂ່ງຂັນກິລາມວນຊົນ
ເວລາອອກຂ່າວ: 2025-01-16 09:20:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 854 | ຄວາມນິຍົມ:
ໃນວັນທີ 13 ທັນວາ 2025 ນີ້, ກົມວິທະຍາສາດ-ປະ ຫວັດສາດການທະຫານ ໄດ້ປິດ ຂະບວນການແຂ່ງຂັນກິລາມວນ ຊົນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິ ທະຍາສາດ-ປະຫວັດສາດ ການທະຫານ, ມີບັນດາສະຫາຍຮອງຫົວໜ້າກົມ, ບັນດາຫ້ອງ ແລະ ພະແນກການ ຕະຫຼອດຮອດນັກກິລາ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຮອງຫົວໜ້າພະແນກ ການເມືອງ ກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ສະຫຼຸບຄືນ ຂະບວນການແຂ່ງຂັນກິລາພາຍໃນກົມ ພາຍຫຼັງທີ່ໄດ້ດຳເນີນການແຂ່ງຂັນນັບແຕ່ຕົ້ນເດືອນທັນວາເປັນຕົ້ນມາ. ຈຸດປະສົງ, ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ກອງປະ ຊຸມໃຫຍ່ຂອງຄະນະພັກຮາກ ຖານ ກົມວິທະຍາສາດ-ປະຫວັດ ສາດການທະຫານ ແລະ ວັນ ສຳຄັນຕ່າງໆ ຂອງຊາດ, ຂອງພັກ ໃຫ້ເປັນຂະບວນການຟົດຟື້ນ. ຜົນການແຂ່ງຂັນຕົວຈິງ ສາມາດສະຫຼຸບໄດ້ດັ່ງນີ້: ປະເພດກິລາບານສົ່ງທີມປະສົມ ຍິງ-ຊາຍ ໄດ້ຮັບລາງວັນທີ I ແມ່ນຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທີ II ຫ້ອງປະ ຫວັດສາດ-ວິທະຍາສາດສັງຄົມ, ທີ III ຫ້ອງຂໍ້ມູນ-ຂ່າວສານ, ກິ ລາເປຕັງທີມປະສົມ ຍິງ-ຊາຍ ທີ I ແມ່ນພະແນກການເມືອງ, ທີ II ຫ້ອງຍຸດທະສາດການທະຫານ, ທີ III ຫ້ອງການ, ສ່ວນກິລາກະຕໍ້ ທີ I ແມ່ນຫ້ອງປະຫວັດສາດ-ວິທະຍາສາດສັງຄົມ, ທີ II ຫ້ອງຍຸດທະສາດການທະຫານ, ທີ III ຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ. ນອກຈາກນີ້, ຍັງມີກິລາດຶງເຊືອກ ທີ I ແມ່ນຫ້ອງຍຸດທະສາດການທະຫານ ແລະ ກິລາແລ່ນໄຖ່ ທີ I ແມ່ນຫ້ອງການ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ກໍໄດ້ມອບລາງວັນໃຫ້ທີມນັກກິ ລາແຕ່ລະປະເພດ ຢ່າງສົມກຽດ.
ໂດຍ: ນາງ ຈັນທະພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ