ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ກຸມພາ 2025

  

ຮັບ​ເອົາ​ມະຫາຊົນ​ກ້າວໜ້າ ເຂົ້າ​ເປັນ​ສະມາຊິກ​ພັກ​ສຳຮອງ
ເວລາອອກຂ່າວ: 2025-01-17 09:12:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 872 | ຄວາມນິຍົມ:



ວັນ​ທີ 9 ມັງກອນ 2025 ນີ້, ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ ໄດ້​ຮັບ​ເອົາ​ມະຫາຊົນ​ກ້າວໜ້າ ເຂົ້າ​ເປັນ​ສະມາຊິກ​ພັກ​ສຳ​ຮອງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສຸລິຍາ ກຸມ​ພົນ​ພັກດີ ຄະນະ​ປະຈຳ​ພັກ, ຮອງ​ຫົວໜ້າ​ສະ​ຖາ​ບັນ, ຫົວໜ້າ​ພະ​ແນກ​ພະລາທິການ-ເຕັກນິກ ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ, ມີ​ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ, ສະມາຊິກ​ພັກ​ສົມບູນ-ສຳຮອງ 7 ໜ່ວຍ​ຂຶ້ນ​ກັບ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ ວັນນາ​ລີ ແສງ​ສະຫວ່າງ ຫົວໜ້າ​ຂະແໜງ​ຈັດ​​ຕັ້ງ​ພັກ ພະແນກການ​ເມືອງ ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ຂອງ​ທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ຄະນະ​ພັກ​ອົງການ​ກົມ​ໃຫຍ່​ພະລາທິການ​ກອງທັບ ວ່າ​ດ້ວຍ ການ​ອະນຸມັດ​ຮັບ​ມະຫາຊົນ​ກ້າວໜ້າ ເຂົ້າ​ເປັນ​ສະມາຊິກ​ພັກ​ສຳຮອງ ຈຳນວນ 8 ສະຫາຍ. ໃນ​ນັ້ນ, ມີ​ໜ່ວຍ​ພັກ​ການເມືອງ 1 ສະຫາຍ, ໜ່ວຍ​ພັກ​ການ​ຢາ-ອຸປະກອນ​ການ​ແພດ, ຄົ້ນຄວ້າ​ວິທະຍາສາດ 2 ສະຫາຍ, ໜ່ວຍ​ພັກ​ສົ່ງເສີມ​ສຸຂະພາບ​ແມ່ ແລະ ເດັກ 1 ສະຫາຍ, ໜ່ວຍ​ພັກ​ໄຂ້ຍຸງ-ແມ່​ກາ​ຝາກ ແລະ ແມງໄມ້ 1 ສະຫາຍ, ໜ່ວຍ​ພັກ​ອະນາໄມ​ສິ່ງແວດລ້ອມ 2 ສະຫາຍ, ໜ່ວຍ​ພັກ​ພະລາທິການ-ເຕັກນິກ 1 ສະຫາຍ ແລະ ໜ່ວຍ​ພັກ​ວິໄຈ​ອາຫານ ແລະ ຢາ 1 ສະຫາຍ. ໂດຍ: ອ້ອຍ​ພັນ ແພງ​ບຸນ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ