
ປີ 2024 ຜ່ານມາ ກອງບັນຊາການທະຫານແຂວງອັດຕະປື ຍາດໄດ້ຜົນງານຫຼາຍດ້ານ
ເວລາອອກຂ່າວ: 2025-01-17 09:19:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 727 | ຄວາມນິຍົມ:
ສະຫາຍ ພັນເອກ ບຸນຈັນ ສີຫາວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອັດຕະປື ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາ ຄະນະພັກ-ຄະ
ນະບັນຊາ ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ. ໃນນັ້ນ, ສ້າງໄດ້ຄອບຄົວປ້ອງກັນຊາດເຂັ້ມແຂງ 967 ຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໃນບັນດາ 5 ເມືອງຂອງແຂວງອັດຕະປື ຕາມທິດຊີ້ນຳຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງກຳນົດ ເຫັນວ່າ ອຳນາດການປົກຄອງ ຂັ້ນຮາກຖານບ້ານ ໄດ້ເປັນເຈົ້າການເຕົ້າໂຮມຄວາມສາມັກຄີພາຍໃນບ້ານເປັນປຶກແຜນແໜ້ນໜາ ປະກອບສ່ວນສຳຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ວຽກງານກຽມພ້ອມສູ້ຮົບ ໄດ້ຊີ້ນຳກຳລັງເຂົ້າຮ່ວມປ້ອງກັນກອງປະຊຸມ 3 ນາຍົກລັດຖະມົນຕີລາວ, ຫວຽດນາມ ແລະ ກຳປູເຈຍ, ກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ
ລາວ, ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ ແລະ ບຸນສຳຄັນຕ່າງໆ ຂອງຊາດ 5 ຄັ້ງ, ນຳໃຊ້ກຳລັງ 1.297 ສະຫາຍ, ສາມາດຮັບປະກັນຄວາມປອດໄພ 100% ນອກນັ້ນ, ຍັງສຳເລັດແຜນການອົບຮົມ-ຫັດເເອບ ການເມືອງ-ການທະຫານ ປະຈຳປີ 2024 ໃຫ້ກົມກອງຮາກຖານໄດ້ 10 ກົມກອງ, ສຳເລັດການອົບຮົມ-ຫັດແອບການທະຫານຂັ້ນພື້ນຖານ ໃຫ້ທະຫານພັນທະປະຈຳປີ 2023 ຈຳນວນ 157 ສະຫາຍ, ຍິງ 10 ສະຫາຍ. ນອກນັ້ນ, ຍັງໄດ້ນຳໃຊ້ກຳລັງໄປປະ
ຈຳຢູ່ຂອບເຂດຊາຍເເດນ ທີ່ຍັງບໍ່ທັນມີຄວາມສະຫງົບ ຢ່າງເປັນປະຈຳ.
ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ໃນວຽກງານພະລາທິການ ເປັນຕົ້ນແມ່ນ ການປູກ-ການລ້ຽງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ, ໃນປີຜ່ານມາໄດ້ບຸກເບີກເນື້ອທີ່ທຳການຜະລິດໃນນັ້ນ, ປູກເຂົ້ານາປີ ໃນເນື້ອທີ່ 476.000 ຕາແມັດ, ສາມາດເກັບກູ້ເຂົ້າໄດ້ 87.500 ກິໂລ ກຣາມ (ເຂົ້າສານໜຽວ), ປູກມັນຕົ້ນ ໃນເນື້ອທີ່ 333.600 ຕາແມັດ, ສາມາດເກັບກູ້ຜົນຜະລິດໄດ້ 38.927 ກິໂລກຣາມ, ປູກພືດຜັກຕາມລະດູການເກັບກູ້ໄດ້ 65.263 ກິໂລກຣາມ,
ປູກອ້ອຍ, ປູກກ້ວຍ, ໝາກມ້ວງ, ໝາກຮຸ່ງ ຄິດເປັນເງິນ 333 ລ້ານກວ່າກີບ, ລ້ຽງງົວ 257 ໂຕ, ໝູ 34 ໂຕ, ແບ້ 120 ໂຕ, ສັດປີກ 2.773 ໂຕ, ສັດນ້ຳ 55.580 ໂຕ, ສາມາດສ້າງລາຍຮັບຈາກຜົນຜະລິດກະສິກຳໄດ້ 4 ຕື້ກວ່າກີບ, ລວມລາຍຮັບທັງໝົດໃນ 1 ປີຜ່ານມາ ສາມາດເກັບລາຍຮັບໄດ້ 5 ຕື້ກວ່າກີບ.
ຈາກຜົນງານດັ່ງກ່າວ ຍັງໄດ້ຮັບການຍ້ອງຍໍຂັ້ນຕ່າງໆ ດັ່ງນີ້: ໄດ້ຮັບຫຼຽນໄຊພິລະອາດຫານ ຊັ້ນ II ມີ 162 ສະຫາຍ, ຊັ້ນ III ມີ 264 ສະຫາຍ; ໃບຍ້ອງຍໍກະຊວງປ້ອງກັນປະເທດ 391 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 376 ສະຫາຍ ແລະ ຂັ້ນອື່ນໆ ອີກຈຳນວນໜຶ່ງ.
ສະຫາຍ ພັກເອກ ບຸນຈັນ ສີຫາວົງ ຍັງໄດ້ກ່າວວ່າ: ໃນຕໍ່ ໜ້ານີ້ ແມ່ນຈະໄດ້ສຸມໃສ່ວຽກງານເຮັດໃຫ້ສະພາບມີຄວາມສະ ຫງົບ ດ້ວຍການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ສ້າງທ່າສະໜາມປ້ອງກັນຊາດເຂັ້ມແຂງ, ບ້ານປ້ອມໝັ້ນສູ້ຮົບຕິດລຽນ ຮັບປະກັນເຮັດໃຫ້ຮາກຖານ ມີຄວາມສະຫງົບໂດຍພື້ນຖານ, ໄປພ້ອມກັບການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນສຳຄັນ ແລະ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ, ຂັ້ນເທິງມອບໝາຍໃຫ້ປະກົດຜົນເປັນຈິງ, ໂດຍສະເພາະກໍແມ່ນການປົກປັກຮັກສາທ້ອງຖິ່ນແຂວງອັດຕະປື ໃຫ້ມີຄວາມສະຫງົບ ແລະ ປອດໄພ, ອອກແຮງແຂ່ງຂັນກັນສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄປພ້ອມກັບການສ້າງຜົນງານ ເພື່ອຂຳ່ນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນ.
ໂດຍ: ສຸກສະໄໝ ນວນມະລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ