ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊຽງຂວາງ ສືບຕໍ່ແກ້ໄຂຄົນຕ່າງປະເທດ ທີ່ມາເຄື່ອນໄຫວຢູ່ລາວບໍ່ຖືກຕ້ອງຕາມກົດໝາຍ
ເວລາອອກຂ່າວ: 2019-07-01 09:06:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 399297257 | ຄວາມນິຍົມ:



ແຂວງຊຽງຂວາງເຜີຍແຜ່ ເຊື່ອມຊຶມແຜນສືບຕໍ່ແກ້ໄຂຄົນ ຕ່າງປະເທດ ທີ່ມາເຄື່ອນໄຫວບໍ່ ຖືກຕ້ອງຕາມກົດໝາຍຂອງສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນຕອນເຊົ້າວັນ ທີ 26 ມິຖຸນາ 2019, ຢູ່ທີ່ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ໂດຍການເປັນປະທານ ຂອງ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ, ມີພະແນກການ, ກອງບັນຊາ ການທີ່ກ່ຽວຂ້ອງ, ສະມາຄົມ ຊາວຫວຽດນາມ ແລະ ສະມາ ຄົມຊາວຈີນເຂົ້າຮ່ວມການເຜີຍ ແຜ່ເຊື່ອມຊຶມຄັ້ງນີ້ ບັນດາພະ ແນກການ ແລະ ກອງບັນຊາ ການກໍໄດ້ນຳສະເໜີເອກະສານ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 62/ນຍ ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອຳ ນວຍຄວາມສະດວກ ແລະ ໃຫ້ ການຮ່ວມມືໃນການຂຶ້ນທະ ບຽນ ແລະ ອອກບັດອານຸຍາດ ເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງ ປະເທດ, ບົດສະຫຼຸບການຈັດ ຕັ້ງປະຕິບັດໃນໄລຍະຜ່ານມາ, ແຜນສືບຕໍ່ແກ້ໄຂຄົນຕ່າງປະ ເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ຕາມກົດໝາຍຂອງ ສປປລາວ, ຄຳແນະນຳຂອງກະຊວງອຸດສາ ຫະກຳ ແລະ ການຄ້າກ່ຽວກັບ ການແກ້ໄຂບັນຫາຄົນຕ່າງປະ ເທດ ເຄື່ອນໄຫວດຳເນີນທຸລະ ກິດບໍ່ຖືກຕ້ອງຕາມລະບຽບກົດ ໝາຍຂອງ ສປປລາວ, ຄຳສັ່ງແນະ ນຳຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມວ່າ ດ້ວຍການເພີ່ມທະວີຄວາມຮັບ ຜິດຊອບໃນການຄຸ້ມຄອງແຮງ ງານຕ່າງປະເທດຕາມກົດໝາຍ ແລະ ລະບຽບການຂອງຂະ ແໜງການ ຜູ້ແທນກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນ, ຄຳ ສະເໜີເພື່ອໃຫ້ການຈັດຕັ້ງປະ ຕິບັດແຜນໄດ້ຮັບຜົນດີທຸກຝ່າຍ ທ່ານຮອງເຈົ້າແຂວງໆຊຽງ ຂວາງໄດ້ເນັ້ນໃຫ້ທຸກພາກສ່ວນ ຕ້ອງປະຕິບັດຕາມຫຼັກການ, ແກ້ໄຂໂດຍອີງໃສ່ກົດໝາຍ, ສະພາບຕົວຈິງ, ຊາວຕ່າງປະເທດ ທີ່ມາຄ້າຂາຍໃຫ້ຈັດເປັນກຸ່ມຫັນ ເຂົ້າສູ່ຕະຫຼາດ, ຄົນຕ່າງປະເທດ ທີ່ມາດຳລົງຊີວິດຄ້າຂາຍແຮງ ງານຕ້ອງຫັນເຂົ້າສູ່ກົດໝາຍຂອງ ສປປລາວ ອີກດ້ານໜຶ່ງເປັນການສະກັດກັ້ນບັນຫາທີ່ຈະເກີດຂຶ້ນໃນຕໍ່ໜ້າ, ນຳເອົາບັນດາເອກະສານ ແຈກຍາຍໃຫ້ຄົນຕ່າງປະເທດ ໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດ ຕາມ, ສຶກສາອົບຮົມຄົນລາວຜູ້ທີ່ໃຫ້ເຊົ່າເຮືອນ, ບັນດາສະມາຄົມ ແລະ ສະພາການຄ້າຂອງຄົນ ຕ່າງປະເທດຕ້ອງເຮັດໜ້າທີ່ສຶກ ສາອົບຮົມ, ທຸກພາກສ່ວນທີ່ ກ່ຽວຂ້ອງຕ້ອງອຳນວຍຄວາມ ສະດວກຮ່ວມມືຮີບຮ້ອນມາປຶກ ສານຳພາກສ່ວນທີ່ກ່ຽວຂ້ອງ ແລະ ແກ້ໄຂໃຫ້ທັນເວລາ. ໂດຍ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ