
ຫ້ອງການກຳມະບານກອງທັບ ສ້າງຂະບວນການແຂ່ງຂັນຍິງລູກປືນແທ້
ເວລາອອກຂ່າວ: 2025-01-17 14:54:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 764 | ຄວາມນິຍົມ:
ວັນທີ 17 ມັງກອນ 2025 ນີ້, ຫ້ອງການກຳມະບານກອງທັບ ສ້າງຂະບວນການແຂ່ງຂັນຍິງລູກປືນແທ້ ຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີ ສະຫາຍ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີຄະນະຫ້ອງກຳມະບານກອງທັບ, ແຂກຖືກເຊີນເຂົ້າຮ່ວມ.
ສຳລັບການສ້າງຂະບວນການແຂ່ງຂັນຍິງລູກປືນແທ້ໃນຄັ້ງນີ້ ຈຸດປະສົງກໍເພື່ອຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ໃຫ້ມີບັນຍາກາດຟົດຟື້ນເຕັມໄປດ້ວຍຄວາມໝາຍຄວາມສຳຄັນເລິກເຊິງ ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ຫ້ອງການກຳມະບານກອງທັບກັບ ກັບ ຫ້ອງການກຳມະບານກະຊວງອື່ນ ແລະ ບັນດາບໍລິສັດ, ລັດວິສາຫະກິດ ໃຫ້ນັບມື້ແໜ້ນແຟ້ນຍິງຂຶ້ນ. ໂດຍການແຂ່ງຂັນ ແມ່ນນຳໃຊ້ປືນເຫຼັກຍາວ, ຜົນການແຂ່ງຂັນຕົວຈິງ ລາງວັນຊະນະເລີດ ໄດ້ແກ່ ຫ້ອງການກຳມະບານກະຊວງກະສີກຳ ແລະ ປ່າໄມ້, ອັນດັບ 2 ຫ້ອງການກຳມະບານກະຊວງສຶກສາ ແລະ ກິລາ, ອັນດັບ 3 ຫ້ອງການກໍາມະບານກອງທັບ ແລະ ອັນດັບ 4 ຫ້ອງການກໍາມະບານ ກະຊວງປ້ອງກັນຄວາມສະຫງົບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ