
ກອງພັນໃຫຍ່ 605 ສ້າງໄດ້ຜົນງານຫຼາຍດ້ານ ໃນປີຜ່ານມາ
ເວລາອອກຂ່າວ: 2025-01-21 09:34:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 567 | ຄວາມນິຍົມ:
ອີງໃສ່ບົດລາຍງານວຽກງານ ຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ທີ່ສະເໜີໂດຍ ສະຫາຍ ພັນໂທ ຄຳເຄນ ສຸປັນຍາ ກຳມະການຄະນະພັກ, ຫົວໜ້າພະແນກບໍລິຫານ-ສັງລວມ ກອງພັນໃຫຍ່ 605 ໃຫ້ຮູ້ວ່າ: ການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ວຽກງານຮອບດ້ານຂອງກົມກອງ ໃນໄລ
ຍະຜ່ານມາ ແມ່ນມີຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ຄະນະພັກ-ຄະນະບັນຊາ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງແບບທາງກວ້າງ ແລະ ທາງເລິກຕາມແບບມູນເຊື້ອ ແລະ ແຮກສ່ຽວ ເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ, ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ກໍຄືກອງທັບ, ປະຕິບັດໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມຫ້າວຫັນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ, ເອົາໃຈໃສ່ຊຸກຍູ້ຂະບວນການດ້ານຕ່າງໆ ຂອງກົມກອງຢ່າງຕໍ່ເນື່ອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ພ້ອມນັ້ນ, ຍັງສຸມໃສ່ການດຳເນີນຊີວິດການເມືອງເປັນປົກກະຕິ, ຈັດຕັ້ງປາຖະກະຖາມູນເຊື້ອວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເຊື່ອມຊຶມມະຕິ, ຄຳສັ່ງຕ່າງໆ ຂອງຂັ້ນເທິງ ເພື່ອເຮັດໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຖອງ ຕໍ່ແນວທາງດັ່ງກ່າວ, ເອົາໃຈໃສ່ຊີ້ນຳຂະແໜງໂຄສະນາ ປະດັບປະດາຮູບພາບ, ປ້າຍຄຳຂວັນ, ປ້າຍປາໂນຢູ່ຕາມແຄມທາງປົດຄ້າຍໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ, ວຽກງານການກໍ່ສ້າງພັກ-ພະນັກງານ ໄດ້ຊີ້ນຳຂະແໜງຈັດຕັ້ງພັກ-ພະນັກງານເອົາໃຈໃສ່ປັບປຸງກໍ່ ສ້າງພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສ້າງໄດ້ພະ ນັກງານ 3 ຮຸ່ນສືບທອດປ່ຽນແທນ, ຂະແໜງນະໂຍບາຍ ແລະ ຂະແໜງຍຸດຕິທຳ ກໍໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນພ້ອມນັ້ນ ຍັງໄດ້ຊີ້ນຳອົງການຈັດ
ຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ໃຫ້ເປັນກຳລັງແຮງສັງລວມຂອງກົມກອງ; ວຽກງານບໍລິຫານ-ສັງລວມ ໄດ້ຮັບໃຊ້ກອງປະຊຸມ ແລະ ພິທີການຕ່າງໆ 266 ຄັ້ງ, ຮັບໃຊ້ງານລ້ຽງຕ່າງໆ 25 ຄັ້ງ, ຮັບເອກະສານຂາເຂົ້າ-ຂາອອກ 1.420 ສະບັບ, ພິມເອກະສານຕ່າງໆ 951 ສະບັບ, ສຳເນົາເອກະສານ 1.929 ສະບັບ, ວຽກງານວິທະຍາສາດ-ປະຫວັດສາດການທະຫານ ໄດ້ສຳເລັດການແຈກຢາຍປື້ມປະຫວັດສາດມູນເຊື້ອຂອງກອງພັນໃຫຍ່ 605 ຈຳນວນ 100 ຫົວ, ວຽກງານ
ຮັບປະກັນພະລາທິການ-ເຕັກນິກ, ຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງກົມກອງ ໄດ້ສ້າງພະລາທິການກັບທີ່ ດ້ວຍການເພີ່ມພູນຜະລິດຜົນ, ປູກຝັງ-ລ້ຽງສັດ, ຮັບ
ປະກັນລະບອບອັດຕາກິນຕາມທີ່ຂັ້ນເທິງກຳນົດ, ຮັບປະກັນເຄື່ອງນຸ່ງຫົ່ມປະຈຳປີ, ຮັບ ແລະ ເບີກ-ຈ່າຍເງິນເດືອນ-ເງິນກິນ ແລະ ນ້ຳມັນເຊື້ອໄຟ ນຳໃຊ້ເຂົ້າໃນວຽກງານລວມຂອງກົມກອງຖືກເປົ້າໝາຍຈຸດສຸມ ແລະ ແທດເໝາະຕາມໜ້າທີ່ວຽກງານຕົວຈິງຂອງກົມກອງ, ພ້ອມທັງ ຮັບປະກັນເຄື່ອງອຸປະໂພກ ຮັບໃຊ້ເຂົ້າໃນວຽກງານການອົບຮົມ-ຫັດແອບ ແລະ ອື່ນໆ, ດ້ານວຽກງານເສນາຮັກ ແມ່ນຮັບປະກັນສຸຂະພາບຂອງພະນັກງານ-ນັກຮົບແຂງແຮງ 99,14%, ກວດພະຍາດຢູ່ໂຮງໝໍກົມກອງມີ 135 ສະຫາຍ, ປິ່ນປົວຄົນເຈັບທັງໝົດ 135 ເທື່ອຄົນ, ປິ່ນປົວດີ 71 ເທື່ອຄົນ, ນຳສົ່ງໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍອື່ນໆ 64 ເທື່ອຄົນ.
ດ້ານວຽກງານ ການກໍ່ສ້າງສຳນັກງານຫ້ອງການ, ສະຖານທີ່ຄ້າຍຄູ, ສາງຄັງ ແລະ ອື່ນໆ ເຫັນວ່າ ມີຄວາມແໜ້ນໜາຖາວອນ ຕາມແບບວັດທະນະທຳຈົບງາມ, ຮັບປະກັນໄດ້ການຜະລິດນ້ຳດື່ມຮັບໃຊ້ກົມກອງໄດ້ 1.024 ຕຸກ, ເປັນເງິນ 38.477.000 ກີບ, ວຽກງານຜະລິດແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເປັນສິນຄ້າ ໂດຍປະຕິບັດຕາມທິດນຳ 4 ປູກ 4 ລ້ຽງຂອງກົມໃຫຍ່ພະລາທິການກອງທັບວາງອອກ ກົມກອງໄດ້ສຸມໃສ່ຕາມຄວາມສາມາດ ແລະ ທ່າແຮງບົ່ມຊ້ອນຂອງຕົນ ໃນນີ້, ປູກພືດຜັກຕາມລະດູການເກັບກູ້ໄດ້ 38.884 ກິໂລກຣາມ, ເປັນ
ເງິນ 381 ລ້ານກວ່າກີບ, ປູກຕົ້ນໄມ້ກິນໝາກ, ຕົ້ນໄມ້ອຸດສາຫະກຳຈຳນວນ 2.326 ຕົ້ນ, ວຽກງານລ້ຽງສັດ ກົມກອງໄດ້ລ້ຽງຄວາຍ-ງົວ 75 ໂຕ, ລ້ຽງໝູລາດ,
ປາ, ກົບ ແລະ ສັດປີກ ປະເພດຕ່າງໆ ເປັນເງິນ 538 ລ້ານກວ່າກີບ, ສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ ແລະ ບໍລິການອື່ນໆ ເປັນເງິນທັງໝົດ
958 ລ້ານກວ່າກີບ. ວຽກງານຮັບປະກັນພາຫະນະ-ເຕັກນິກ ໄດ້ບົວລະບັດສ້ອມແປງພາຫະນະເຕັກນິກການທະຫານ-ບໍລິຫານ, ສ້ອມແປງເບົາ 24 ຄັນ, ສ້ອມ
ແປງກາງ 2 ຄັນ ແລະ ສ້ອມແປງໜັກ 1 ຄັນ, ເອົາໃຈໃສ່ປະຕິບັດວັນເຕັກນິກໄດ້ເຂັ້ມງວດ, ຮັບປະກັນການຄຸ້ມຄອງນຳໃຊ້ພາຫະນະເຕັກນິກລົດ, ຄຸ້ມຄອງປົກປັກຮັກ ສາອາວຸດ ແລະ ລູກກະສູນເພື່ອ ຮັບປະກັນການກຽມພ້ອມສູ້ຮົບ.
ສະຫາຍ ພັນໂທ ໄມສີ ມາວັນດີ ຫົວໜ້າການເມືອງກອງພັນໃຫຍ່ 605 ຍັງໃຫ້ຮູ້ຕື່ມອີກວ່າ: ໃນຕໍ່ໜ້າ ແມ່ນຈະໄດ້ຊີ້ນຳຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄວາມໜັກແໜ້ນເຂັ້ມແຂງ, ຫັນລົງກໍ່ສ້າງຮາກຖານການເມືອງແບບທາງກວ້າງ
ແລະ ທາງເລີກ ຕາມ 4 ເນື້ອໃນ4 ຄາດໝາຍ ໄປພ້ອມກັບການກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ສ້າງພະນັກງານ 3 ຮຸ່ນສືບທອດປ່ຽນແທນ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດ
ວຽກຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ມອບໃຫ້ບຸກຄົນຮັບຜິດຊອບ ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ອັນສຳຄັນແມ່ນ ວຽກງານການອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ ຂັ້ນພື້ນຖານຂອງ
ທະຫານຮາບ ແລະ ເຫຼົ່າຮົບວິຊາສະເພາະປືນໃຫຍ່ໜ້າດິນ ຕ້ອງໄດ້ຈັດຕັ້ງອົບຮົມ-ຫັດແອບເປັນປະຈຳ ເພື່ອສ້າງຄວາມສຳນິຊຳນານໃນການນຳໃຊ້ອາວຸດ-ຍຸດໂທປະກອນເຕັກນິກການທະຫານທີ່ທັນສະໄໝ.
ໂດຍ: ວັນໄຊ ໄຊສະຫວັດ
ຂໍ້ມູນ: ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ