ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ສະຫະພັນ​ແມ່ຍິງ ກົມ​ໃຫຍ່​ການເມືອງກອງທັບ ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ
ເວລາອອກຂ່າວ: 2025-01-22 09:25:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 400 | ຄວາມນິຍົມ:



ໃນ​ວັນ​ທີ 17 ມັງກອນ 2025 ນີ້, ສະຫາຍ ພັນ​ຕີ ນາງ ມະໂນລັກ ປັນຍາ​ທອງ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ນຳພາ​ສະມາຊິກ​ແມ່ຍິງ​ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ເຂົ້າ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນປະຫວັດສາດ​ກອງທັບ. ສະຫາຍ ພັນ​ຕີ ນາງ ມະໂນລັກ ປັນຍາ​ທອງ ໃຫ້​ຮູ້​ວ່າ: ການນຳພາ​ສະມາຊິກສະຫະພັນແມ່ຍິງເຂົ້າ​ ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ປະຫວັດ ສາດ​ກອງທັບໃນ​ຄັ້ງ​ນີ້ ແມ່ນເພື່ອ​ ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາ ຊົນ​ລາວ ຄົບຮອບ 76 ປີ, ກອງ​ປະຊຸມ​ຜູ້​ແທນສະຫະພັນ​ແມ່ຍິງ​ທົ່ວ​ກອງທັບ ຄັ້ງ​ທີ IX ແລະ ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ ກົມ​ໃຫຍ່​ການເມືອງ​ກອງທັບ ທີ່​ຈະ​ໄຂ​ຂຶ້ນ​ໃນ​ມໍ່ໆ​ນີ້ ໃຫ້​ມີ​ບັນຍາກາດ​ຟົດຟື້ນ ແລະ ກວ້າງຂວາງ. ພ້ອມ​ກັນ​ນັ້ນ, ກໍ​ ເພື່ອ​ເປັນ​ການ​ສຶກ​ສາ​ອົບຮົມໃຫ້​ ສະມາຊິກ​ແມ່ຍິງເຊື່ອມ​ຊຶມ​ກຳ​ແໜ້ນ​ຕື່ມ ເຖິງ​ມູນເຊື້ອ​ອັນ​ດີງາມ ຂອງ​ບັນ​ພະ​ລຸ​ລຸດ ກໍ​ຄື ນັກຮົບ​ປະ ຕິວັດທີ່​ໄດ້​ເສຍ​ສະລະ​ເລືອດ​ເນື້ອ, ອຸທິດ​ຕົນ ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ກູ້​ຊາດ ຍາດ​ເອົາ​ເອກະລາດ ມາສູ່​ປະເທດ​ຊາດ​ເຮົາ, ທັງ​ເຫັນ​ໄດ້​ພາ ລະກິດ​ປະຕິວັດ ແລະ ເສັ້ນທາງ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ການ​ເສຍສະຫຼະ​ຢ່າງ​ສູງ​ສົ່ງ, ຄວາມ​ອົງອາດ​ກ້າຫານ ແລະ ບໍ່​ຍອມ​ຈຳນົນ​ຕໍ່​ສັດຕູ ຂອງ​ບັນດາ​ນັກຮົບ​ປະຕິວັດ​ລາວ, ເຊິ່ງ​ໄດ້​ກາຍເປັນ​ມູນເຊື້ອ​ອັນ​ດີງາມ, ເປັນ​ບົດຮຽນ​ອັນ​ລ້ຳ​ຄາ ແລະ ກາຍເປັນ​ແວ່ນ​ແຍງ​ອັນ​ໃສ​ແຈ້ງ ໃນ​ການ​ສຶກ​ສາ​ຄົ້ນຄວ້າ​ຮ່ຳຮຽນ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ຂອງ​ພະນັກງານ-ນັກຮົບ ກໍ​ຄື​ ສະມາຊິກ​ສະຫະພັນ​ແມ່ຍິງ​ກົມ​ໃຫຍ່​ການເມືອງ​ກອງທັບ ໃຫ້​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ແລະ ກາຍເປັນ​ຜູ້​ສືບ​ທອດ​ທີ່​ດີ​ຂອງ​ກອງທັບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ