
ຮັບປະກັນດ້ານພະລາທິການໃຫ້ເດີນແມ່ນແລ່ນສະດວກດີ
ເວລາອອກຂ່າວ: 2025-01-22 09:26:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 640 | ຄວາມນິຍົມ:
ລະບົບຄ້າຍຄູທີ່ຢູ່ອາໄສ ຫຼື ສິ່ງປຸກສ້າງປະເພດຕ່າງໆຂອງກົມກອງທະຫານໃນກອງທັບເຮົາແມ່ນໜຶ່ງໃນບັນດາປັດໄຈພື້ນຖານສຳຄັນຕໍ່ການດຳລົງຊີ ວິດ ແລະ ການເຄື່ອນໄຫວເຮັດໜ້າທີ່ຂອງພະນັກງານ-ນັກຮົບ ທີ່ສັງກັດຢູ່ແຕ່ລະຫົວໜ່ວຍກົມກອງທັງສົ່ງຜົນກະທົບໂດຍກົງຕໍ່ລະບົບແນວຄິດພະນັກງານ-ນັກຮົບ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ບຸກບືນ, ຫ້າວຫັນ ເຮັດສຳ ເລັດໜ້າທີ່ການເມືອງຂອງແຕ່ລະສະຫາຍທີ່ໄດ້ຮັບມອບໝາຍ, ເມື່ອເບິ່ງຄືນຕະຫຼອດໄລຍະຜ່ານມາ, ຄະນະນຳກະຊວງປ້ອງກັນປະເທດ ຍາມໃດກໍໄດ້ຖືສຳຄັນຕໍ່ວຽກງານດັ່ງກ່າວດ້ວຍການຈັດສັນງົບປະມານໃນແຕ່ລະປີຕາມສະພາບເສດຖະກິດ-ການເງິນແຕ່ລະໄລຍະ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງລະບົບຄ້າຍຄູ, ສຳນັກງານຫ້ອງການ, ທີ່ຢູ່ອາໄສ ແລະ ສິ່ງປຸກສ້າງຕ່າງໆ ສົມທົບກັບການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ຕິດພັນແໜ້ນກັບໜ້າທີ່ວິຊາສະເພາະ ເຊື່ອມຊຶມກຳແໜ້ນມູນເຊື້ອດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນການດຶງດູດແນວຄິດຈິດໃຈຂອງພະນັກງານ-ນັກຮົບ ໃຫ້ມີຄວາມສະໜິດຕິດແໜ້ນກັບອົງການ, ກົມກອງທີ່ຕົນສັງກັດຢູ່ ໂດຍຢຶດໝັ້ນໃນຄຳຂວັນທີ່ວ່າ ‘‘ຮັກຄ້າຍຄືເຮືອນເຮົາຢູ່, ຮັກໝູ່ ຄູ່ ເໝືອນອ້າຍເອື້ອຍນ້ອງຮ່ວມອຸທອນດຽວກັນ’’.
ໃນນີ້, ເວົ້າສະເພາະຢູ່ກອງພັນ ໃຫຍ່ 703 ກໍແມ່ນກົມກອງໜຶ່ງ ທີ່ຂຶ້ນກັບກອງບັນຊາການທະຫານອາກາດ ແລະ ມີຄວາມໜັກແໜ້ນ ເຂັ້ມແຂງທາງດ້ານການຈັດຕັ້ງ, ສະຫາຍ ພັນເອກ ບຸນໄຫຼ ໄຊຍະສິງ ກຳມະການຄະນະພັກ, ຫົວໜ້າພະແນກພະລາທິການກອງພັນໃຫຍ່ 703 ໃຫ້ຮູ້ວ່າ: ການຈັດ ຕັ້ງປະຕິບັດວຽກງານຮອບດ້ານຂອງພະແນກພະລາທິການໃນໄລ ຍະຜ່ານມາ ແມ່ນມີຜົນສຳເລັດ ຫຼາຍດ້ານເປັນຕົ້ນແມ່ນວຽກງານວິຊາສະເພາະລ້ຽງດູກຳລັງ. ຄະນະພັກ-ຄະນະບັນຊາທຸກຂັ້ນ ໄດ້ຍົກສູງວຽກງານຮັບປະກັນໃຫ້ແກ່ການເຄື່ອນໄຫວດ້ານຕ່າງໆ ແລະ ອົບຮົມ-ຫັດແອບກຽມພ້ອມສູ້ຮົບ, ວຽກງານຮັບປະກັນໄດ້ການແກ້ໄຂຊີວິດການເປັນຢູ່, ຮັບ ປະກັນໄດ້ພະນັກງານ-ນັກຮົບໄດ້ ກິນເຂົ້າມື້ໜຶ່ງ 3 ຄາບອາຫານ 3-4 ເຍື່ອງ, ກິນດື່ມສະອາດຖືກຕາມລັກອະນາໄມ ຮັບປະກັນດ້ານຊີ້ນ, ປາ ແລະ ຜັກກິນ. ພ້ອມນັ້ນຍັງໄດ້ຊີ້ນຳຂະແໜງການຜະລິດ ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດຊີ້ນຳຂອງຂັ້ນເທິງວາງອອກ ໂດຍຖືເອົາ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາກຳນົດ ເພື່ອແນ ໃສ່ຍົກສູງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນ, ດ້ານການລ້ຽງກົມກອງໄດ້ລ້ຽງງົວ ແລະ ຂາຍອອກ 2 ໂຕ ເປັນເງິນ 12.000.000 ກີບ, ເກັບກູ້ຜັກຊະນິດຕ່າງໄດ້ 2.458 ກິໂລ ກຣາມ ເປັນເງິນ 15.751.000 ກີບ, ຂາຍແບ້ ຈຳນວນ 4 ໂຕ ເປັນເງິນ 6.000.000 ກີບ, ໝູພັນຊີ້ນ ຈຳນວນ 8 ໂຕ ເປັນເງິນ 20.856.000 ກີບ, ສັດປີກ ເປັນເງິນ 5.165.000 ກີບ, ຈີ່ງຫຼິດ, ກົບ ເປັນເງິນ 9 ລ້ານກວ່າກີບ ສາມາດສ້າງລາຍຮັບເຂົ້າຄັງລວມໄດ້ດີສົມຄວນໃນໄລຍະຜ່ານມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ