ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ປິດຂະບວນການແຂ່ງຂັນກິລາເປຕັງມິດຕະພາບ
ເວລາອອກຂ່າວ: 2025-01-22 11:26:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ຂະບວນການແຂ່ງຂັນກິລາເປຕັງມິດຕະພາບຂອງຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ເປີດມາແຕ່ຕົ້ນເດືອນ ມັງກອນ 2025, ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (ວັນທີ 20 ມັງກອນ 1949-20 ມັງກອນ 2025). ຮອດວັນທີ 17 ມັງກອນ 2025 ນີ້, ແມ່ນໄດ້ສໍາເລັດການແຂ່ງຂັນກິລາເປຕັງມິດຕະພາບ, ເຂົ້າຮ່ວມພິທີມີ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານພາຍໃນຫ້ອງການເມືອງ ແລະ ນັກກິລາເຂົ້າຮ່ວມ. ສະຫຼຸບຜົນການແຂ່ງຂັນກິລາ, ທີ I ທີມພະແນກພະນັກງານ, ທີ II ທີມຄະນະຫ້ອງການເມືອງ ແລະ ທີ III ທີມພະແນກໂຄສະນາ-ອົບຮົມຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ. ໂດຍ:ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ