
ຄະນະນຳແຂວງໄຊຍະບູລີ ວາງພວງມາລາ ຢູ່ສຸສານທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2025-01-22 11:32:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:
ວັນທີ 20 ມັງກອນ 2025 ນີ້, ຄະນະນໍາແຂວງໄຊຍະບູລີ ເຂົ້າວາງພວງມາລາຢູ່ສຸສານ ກອງບັນຊາການທະຫານແຂວງໄຊຍະບູລີ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ນຳໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆ ໄຊຍະບູລີ, ມີຄະນະນໍາຂັ້ນແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຄະນະນຳຂັ້ນເມືອງ ແລະ ພາກສ່ວນຕ່າງໆລວມ 9 ພາກສ່ວນ ເຂົ້າຮ່ວມ.
ການຈັດຕັ້ງວາງພວງມາໃນຄັ້ງນີ້, ກໍເພື່ອເປັນການໄຫວອາໄລເຖິງຜົນງານ, ຄຸນງາມຄວາມດີນໍ້າໃຈເສຍສະຫຼະ ຂອງພະນັກງານ-ນັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ ເລືອດເນື້ອເຫື່ອແຮງເພື່ອປະເທດຊາດ ໃນພາ ລະກິດປະຕິວັດຕໍ່ສູ້ກູ້ຊາດ ເພືອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອປະຊາຊົນ, ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໄດ້ຢ່າງໝັ້ນຄົງຕະຫຼອດມາ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ