ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ການນໍາແຂວງບໍ່ແກ້ວ ວາງພວງມາລາທີ່ອະນຸສາວະລີ ນັກຮົບນິລະນາມ
ເວລາອອກຂ່າວ: 2025-01-22 11:39:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 262 | ຄວາມນິຍົມ:



ວັນທີ 20 ມັງກອນ 2025 ນີ້, ການນໍາແຂວງບໍ່ແກ້ວ ນໍາໂດຍ ສະຫາຍ ປອ ທອງຈັນ ມະນີໄຊ ເລຂາພັກແຂວງ, ເຈົ້າແຂວງໆບໍ່ແກ້ວ ພ້ອມຄະນະ, ມີຄະນະນຳກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ບັນດາພະແນກການອ້ອມຂ້າງແຂວງ ເຂົ້າວາງພວງມະລາທີ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ທັງນີ້ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູ ຮູ້ບຸນຄຸນຢ່າງລົ້ນເຫຼືອ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບ ປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ໂດຍສະເພາະແມ່ນປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ເຊິ່ງທ່ານໄດ້ສຸມສະຕິປັນຍາເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕາງດ້າວ ຈົນສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ. ປັດຈຸບັນບັນດາຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແລະ ຜູ້ນໍາການປະຕິວັດຄົນອື່ນໆ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດຂອງພວກເຮົາໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆມາ. ໂດຍ: ນາງ ນີ່ ທຳມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ