ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ທະຫານແຂວງບໍ່ແກ້ວ ສະຫຼຸບຖອດຖອນວຽກງານປ້ອງກັນຊາດ
ເວລາອອກຂ່າວ: 2025-01-22 14:46:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 272 | ຄວາມນິຍົມ:



ວັນທີ 21 ມັງກອນ 2025 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 , ໂດຍການເປັນປະທານຂອງ ສະຫາຍ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ, ມີສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ບັນດາຄະນະພັກ-ຄະນະບັນຊາ, ພາກສ່ວນທີ່ກ່ຽວຂ້ອງ, ຕະຫຼອດຮອດ ພະນັກງານຫຼັກແຫຼ່ງທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ. ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານບົດສະຫຼຸບຕີລາຄາ, ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປ້ອງກັນຊາດຮອບດ້ານໃນໄລຍະ 1 ປີຜ່ານມາ, ໂດຍລວມແມ່ນມີຄວາມສະຫງົບ ແລະ ປອດໄພ 100%, ພະນັກງານນາຍ ແລະ ພົນທະຫານ ແມ່ນມີຄວາມຫ້າວຫັນວ່ອງໄວ, ມີນໍ້າໃຈຮັກຊາດຢ່າງສູງສົ່ງ ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍ ແລະ ບັນດາ ປະກົດການຫຍໍ້ທໍ້ຂອງພວກອິດທິກຳລັງປໍລະປັກ, ຈັດຕັ້ງກໍາລັງປ້ອງກັນເວນຍາມຄ້າຍຄູ່ ແລະ ຂອບເຂດຄວາມຮັບຜິດຊອບທົ່ວເທດສະບານເມືອງ-ແຂວງ ມີຄວາມສະຫງົບ ແລະ ປອດໄພ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ. ໂອກາດດັ່ງກ່າວ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ. ໃນນີ້ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ວຽງສະຫວັນ ຄໍາມະນີຫຼ້າ ເປັນຮັກສາການຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ແລະ ສະຫາຍ ພັນໂທ ມານິດ ຈັນສີ ເປັນຮັກສາການຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງ. ພ້ອມກັນນັ້ນ, ຜູ້ແທນກອງປະຊຸມໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໝາຍສໍາຄັນຢ່າງເລິກເຊິ່ງ. ສະຫາຍ ປອ ທອງຈັນ ມະນີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ວຽກງານ ຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກ ໃຫ້ບັນດາ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງພ້ອມກັນ ສຶກສາອົບຮົມດ້ານການເມືອງ-ນໍາພາແນວຄິດໃຫ້ເປັນບັນຫາສໍາຄັນ, ຈັດຕັ້ງປະຕິບັດ ເຮັດສຳເລັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນ ໃນການຊີ້ນຳ-ນຳພາ, ບັນຊາ ພະນັກງານ-ນັກຮົບ, ປະຕິບັດລະບອບປະຊຸມ ແລະ ລະບົບສ່ອງແສງລາຍງານ ພ້ອມກັບຕິດຕາມກວດກາສະພາບການໃຫ້ໜັກແໜ້ນເຂັ້ມແຂງ ແລະ ວ່ອງໄວທັນເວລາ, ເປັນເຈົ້າການເພີ່ມທະວີມີສະຕິລະວັງຕົວ ທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ສືບຕໍ່ປັບປຸງແບບແຜນວິທີການເຮັດວຽກ, ຄົ້ນຄວ້າສຶກສາອົບຮົມດ້ານທິດສະດີການເມືອງຂອງພັກ, ເພື່ອແນ່ໃສ່ກໍ່ສ້າງພັກ-ພະນັກງານ ກໍ່ຄືການປັບປຸງກໍ່ສ້າງກຳລັງປະກອບອາວຸດ ໃຫ້ມີຄວາມເຕີບໃຫຍ່ໜັກແໜ້ນເຂັ້ມແຂງຂຶ້ນເປັນກ້າວໆ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ