ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024
ເວລາອອກຂ່າວ: 2025-01-22 15:58:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 434 | ຄວາມນິຍົມ:



ໃນວັນທີ 22 ມັງກອນ 2025 ນີ້, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024 ແລະ ວາງທິດທາງແຜນການ 2025 , ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວຫ້ອງການເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ພັນໂທ ໄພທູນ ວົງສາຍຄໍາ ຫົວໜ້າພະແນກແຜນການ-ສັງລວມ ໄດ້ສະຫຼຸບຕີລາຄາວຽງານຮອບດ້ານ ໃນໄລຍະ 1 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດຂົງເຂດວຽກງານດ້ານຕ່າງໆ ປິ່ນອ້ອມຕາມພາລະບົດບາດ, ໜ້າທີ່ການເມືອງຂອງຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໂດຍສະເພາະຂົງເຂດວຽກງານວິຊາສະເພາະ ເປັນຕົ້ນແມ່ນ ວຽກງານໂຄສະນາ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ແລະ ເຊື່ອມຊຶມຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນທີ່ ພັກ-ລັດ ແລະ ກອງທັບມອບໝາຍໃຫ້ໄດ້ເປັນຢ່າງດີ, ສ້າງແຜນການ-ແຜນງົບປະມານ ຈັດຕັ້ງດໍາເນີນຊີວິດການເມືອງ ແລະ ສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ, ກົມໃຫຍ່ການເມືອງກອງທັບ, ຈັດຕັ້ງປາຖະກະຖາວັນປະຫວັດສາດສໍາຄັນຕ່າງໆ, ວຽກຈັດຕັ້ງພັກ ໄດ້ສະເໜີຍົກຍ້າຍຮ່ວມຊີວິດພັກອອກໄປ 57 ສະຫາຍ, ເຂົ້າມາ 54 ສະຫາຍ, ຮັບໜັງສືສະເໜີມະຫາຊົນເຂົ້າຮຽນສະໜັບສະໜູນ 83 ສະຫາຍ, ຍິງ 21 ສະຫາຍ ແລະ ຮຽນກົດລະບຽບພັກ 90 ສະຫາຍ, ຍິງ 25 ສະຫາຍ, ຂໍອະນຸມັດມະຕິຕົກລົງຮັບເອົາມະຫາຊົນເຂົ້າ ເປັນສະມາຊິກພັກໃໝ່ 73 ສະຫາຍ, ຍິງ 25 ສະຫາຍ ແລະ ສໍາຮອງເລື່ອນເປັນສົມບູນ 101 ສະຫາຍ, ຍິງ 38 ສະຫາຍ, ວຽກພະນັກງານ ທົ່ວກົມໃຫຍ່ການເມືອງກອງທັບໄດ້ມີການປັງປຸງບັນດາຕໍາແໜ່ງ ໃສ່ຫົວໜ່ວຍບັນດາກົມກອງທັງໝົດ 131 ຕໍາແໜ່ງງານ, ໄດ້ຮັບການແຕ່ງຕັ້ງຂັ້ນຮອງກົມໃຫຍ່ 3 ສະຫາຍ, ຫົວໜ້າກົມ, ຫົວໜ້າຫ້ອງການ 10 ສະຫາຍ, ຮອງກົມ ແລະ ຮອງຫ້ອງການ 8 ສະຫາຍ, ຫົວໜ້າກອງ, ຫົວໜ້າພະແນກ, ຮອງພະແນກ, ຮອງກອງ 65 ສະຫາຍ, ຫົວໜ້າຂະແໜງ, ຫົວໜ້າກອງຮ້ອຍ 45 ສະຫາຍ, ວຽກກໍ່ສ້າງ, ບຳລຸງນາຍທະຫານ, ໄດ້ສົ່ງນັກຮຽນເຂົ້າຮຽນຢູ່ບັນດາ ວິທະຍາຄານ, ໂຮງຮຽນຂອງກອງທັບທັງພາຍໃນ ແລະ ຕ່າງປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ