ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ຄະນະພັກ-ຄະນະບັນຊາ ກອງພົນທີ 4 ອວຍພອນ ທະຫານເຂດ 4 ແລະ ບໍລິສັດໂກເອໂກ ສສ ຫວຽດນາມ
ເວລາອອກຂ່າວ: 2025-01-22 16:15:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 458 | ຄວາມນິຍົມ:



ວັນທີ 22 ມັງກອນ 2025 ນີ້, ການນຳກອງພົນທີ 4 ເຊິ່ງນໍາໂດຍ ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ຫົວໜ້າການເມືອງກອງພົນທີ 4 ພ້ອມຄະນະ, ໄດ້ເດີນທາງຢ້ຽມຢາມ ແລະ ອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເຂດ 4 ແລະ ບໍລິສັດ ໂກເອໂກ, ເນື່ອງໃນໂອກາດບຸນປີໃໝ່ຂອງຫວຽດນາມ ປະຈຳປີ 2025. ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນຕີ ຮະທໍ້ບິ່ງ ຫົວໜ້າກອງບັນຊາການທະຫານເຂດ 4 ແລະ ສະຫາຍ ພັນເອກ ຫວໍວັນທຽບ ອຳນວຍການໃຫຍ່ບໍລິສັດໂກເອໂກ ພ້ອມຄະນະ. ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ນາຍ ແລະ ພົນທະຫານທົ່ວກອງພົນທີ 4 ໄດ້ນຳເອົາໄມຕີຈິດມິດຕະພາບ ຄວາມສາມັກຄີຮັກແພງອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດ ມາຍັງຄະນະພັກ-ຄະນະບັນຊາ ທັງ 2 ກົມກອງ ພ້ອມດ້ວຍນາຍ ແລະ ພົນທະຫານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກທັງຊີວີວິດ ສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານອັນໃຫຍ່ຫຼວງ ທີ່ພັກ-ລັດ ແລະ ປະຊາຊົນ ຊາວຫວຽດນາມ ມອບໝາຍໃຫ້ໄດ້ເປັນຢ່າງດີ, ອວຍພອນຄວາມສາມັກຄີແບບພິເສດ, ການພົວພັນຮ່ວມມືຮອບດ້ານ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ປະຊາຊົນລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນກອງພົນທີ 4 ກັບ ກອງບັນຊາການທະຫານເຂດ 4, ບໍລິສັດ ໂກເອໂກ ກອງທັບປະຊາຊົນຫວຽດນາມ ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ. ໂອກາດດັ່ງກ່າວ ຕ່າງໜ້າໃຫ້ທັງ 2 ກົມກອງ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ພ້ອມຄະນະ ທີ່ໄດ້ສະຫຼະເວລາຈາກແຜນວຽກງານຕ່າງໆ ເພື່ອເດີນທາງມາຢຽ້ມຢາມ ແລະ ອວຍພອນໄຊອັນປະເສີດ ໃນຄັ້ງນີ້ ພ້ອມທັງຫວັງຢ່າງຍິ່ງວ່າຄວາມສາມັກຄີຮັກແພງ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ຫວຽດນາມ-ລາວ ໂດຍສະເພາະແມ່ນ ກອງພົນທີ 4 ແລະ ກອງບັນຊາການທະຫານເຂດ 4, ບໍລິສັດ ໂກເອໂກ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນແບບພິເສດນີ້ໃຫ້ໝັ້ນຄົງທະນົງແກນຕະຫຼອດໄປ. ຂ່າວໂດຍ: ບົວຄຳ ທອງລັດສະໝີ ກອງພົນທີ 4



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ