ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ກອງ​ພົນ​ທີ 1 ເປີດ​ບັ້ນ​ອົບຮົມ-ຫັດ​ແອບ​ ປະຈຳ​ປີ 2025
ເວລາອອກຂ່າວ: 2025-01-23 08:49:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:



ໃນ​ວັນ​ທີ 15 ມັງກອນ 2025 ນີ້, ກອງ​ພົນ​ທີ 1 ໄດ້​ເປີດ​ບັ້ນ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ, ໂດຍການ​​ເປັນ​ປະທານຂອງ​ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ1, ມີ​ບັນດາ​ອົງການ 05 ຫ້ອງ, ກອງພັນ​ນ້ອຍ, ກອງຮ້ອຍ​ເອກະລາດ, ພະນັກງານ​ຫຼັກ​ແຫຼ່ງ​ທົ່ວ​ກອງ​ພົນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ຈັນ ເຍ່ຍ​ຕູ້ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ໄດ້​​ຜ່ານ​ແຜ່ນ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳ​ປີ 2025. ອີງ​ຕາມຄຳ​ສັ່ງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ວ່າ​ດ້ວຍ​ການ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ​ໃຫ້​ບັນດາ​ກົມ​ກອງ, ກຳລັງ​ຫຼວງ, ກຳລັງ​ທ້ອງຖິ່ນ​ໃນ​ທົ່ວ​ກອງທັບ​ປະຈຳ​ປີ 2025 ອີງ​ຕາມ ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ອົບຮົມ​ຫັດ​ແອບ​ປັບປຸງ​ລະບຽບ​ແບບແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍ​ປະຈຳ​ປີ 2025 ອີງ​ຕາມ​ຜົນ​ການ​ກວດກາ ສະຫຼຸບ​ຕີ​ລາຄາ​ຜົນ​ໄດ້​ຮັບ​ໃນ​ການຈັດຕັ້ງ​ອົບຮົມ-ຫັດ​ແອບ​ປະຈຳ​ປີ 2024 ຂອງ​ກອງ​ພົນ​ທີ 1 ໃນ​ໄລຍະ​ຜ່ານ​ມາ, ເພື່ອ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ອົບຮົມ​ຫັດ​ແອບ, ປັບປຸງ​ລະບຽບ​ແບບແຜນ ເຝິກຝົນ​ກຳລັງ​ແຮງ​ກາຍ ຂອງ​ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ຮັບ​ຜົນ​ດີ ແລະ ມີ​ປະສິດທິພາບ​ສູງ ປະຕິບັດ​ເນື້ອ​ໃນ 04 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ຄະນະ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ. ການ​ອົບຮົມ​ໃນ​ຄັ້ງ​ນີ້​ກໍ່​ເພື່ອ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ ດ້ານ​ສິນລະປະ​ຍຸດ, ຍຸດທະວິທີ ແລະ ຍົກ​ລະດັບ​ວິຊາ​ສະເພາະ​ຮັບປະກັນ​ການ​ກຽມພ້ອມ​ສູ້​ຮົບ ໃນ​ທຸກ​ເງື່ອນໄຂ​ກໍລະນີ ສາມາດ​ເຮັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ, ທັງ​ເປັນ​ການ​ກະຕຸກ​ຊຸກຍູ້ ໃຫ້​ບັນ​ດາກົມ​ກອງ​ຕັ້ງໜ້າ​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຢ່າງ​ຕໍ່​ເນື່ອງ ແລະ ເປັນ​ປົກກະຕິ, ປັບປຸງ​ຫັນ​ເອົາ​ກົມ​ກອງ​ເຂົ້າ​ສູ່​ລະບຽບ​ແບບແຜນ, ມີ​ລະບຽບ​ວິ​ໃນ​ເຂັ້ມ​ງວດ ແລະ ມີ​ແບບແຜນ​ທັນ​ສະໄໝ, ເພື່ອ​ເຝິກຝົນ​ໃຫ້​ນາຍ ແລະ ພົນທະຫານ, ມີ​ສຸຂະພາບ​ເຂັ້ມແຂງ, ທົນ​ທານ​ແຂ່ງ​ແກ່ນ, ກຽມພ້ອມ​ຜ່ານ​ຜ່າ​ອຸປະສັກ​ຄວາມ​ຫຍຸ້ງຍາກ​ນາໆ​ປະການ​ທີ່​ຈະ​ເກີດ​ຂຶ້ນ ເພື່ອ​ໃຫ້​​ນາຍ ແລະ ພົນທະຫານ, ມີ​ຄວາມ​ສາມາດ​ທີ່​ແນ່ນອນ, ມີ​ພິກໄຫວ, ຄ່ອງ​ແຄ້ວ​ໃນ​ການ​ກຽມພ້ອມ​ສູ້​ຮົບ ເພື່ອ​ຕອບ​ຕ້ານ​ໃນ​ທຸກ​ກໍລະນີ​ທີ່​ອາດ​ຈະ​ເກີດ​ຂຶ້ນ ແລະ ຮູ້​ໝູນ​ໃຊ້​ບັນດາ​ບົດຮຽນ​ທີ່​ຮຽນ​ມາ, ເຝິກຝົນ​ດ້ານ​ມັນສະໝອງ​ກຳລັງ​ແຮງ​ກາຍ​ສ້າງ​ຄວາມ​ຊິນ​ເຄີຍ​ບັນດາ​ແຜນການ ແລະ ບົດ​ຫັດ​ແອບ​ຕ່າງໆ​ຂອງ​ກົມ​ກອງ. ເນື້ອ​ໃນ​ບົດຮຽນ​ທີ່​ນຳ​ມາ​ອົບຮົມ​ມີ​ຄື: ອົບຮົມ​ການເມືອງ 15 ວັນ, ອົບຮົມ​ການ​ທະຫານ 135 ວັນ, ອົບຮົມ​ພະລາທິການ 15 ວັນ, ອົບຮົມ​ເຕັກນິກ 15 ວັນ ລວມ​ທັງ​ມົດ 180 ວັນ. ​ ໂດຍ: ຄຳ​ພຸດ ພານຸ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ