ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ປະກາດການເລື່ອນຊັ້ນ, ທຽບຊັ້ນ ພັນຕີ ຂຶ້ນ ຊັ້ນພັນໂທ ຢູ່ກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2025-01-23 12:47:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1250 | ຄວາມນິຍົມ:



ພິທີປະກາດການເລື່ອນຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານ ຈາກຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ຈໍານວນ 16 ສະຫາຍ ຢູ່ເຂດໃຈກາງ ທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຂຶ້ນ ວັນທີ 22 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫ່ຍເຕັກນິກກອງທັບ, ມີຄະນະນໍາກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງ ແລະ ນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນໃໝ່ ເຂົ້າຮ່ວມ. ສະຫາຍ ພັນເອກ ລຽນວິໄລ ພັນທອງຄໍາ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານ, ກະຊວງປ້ອງກັນປະເທດ ຕົກລົງ ເລື່ອນຊັ້ນ, ທຽບຊັ້ນ ພັນຕີ ຂຶ້ນ ຊັ້ນພັນໂທ ຈໍານວນ 16 ສະຫາຍ ແລະ ປະດັບທຽບຊັ້ນ ຮ້ອຍໂທໃຫ້ນັກຮຽນ ຮຽນຈົບປະລິນຍາໂທ, ປະລິນຍາຕີ ແລະ ອານຸປະລິນຍາ ຈຳນວນ 16 ສະຫານ, ປະດັບທຽບຊັ້ນ ຮ້ອຍຕີ ໃຫ້ນັກຮຽນຈົບຊັ້ນກາງ ຈໍານວນ 3 ສະຫາຍ. ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ບັນດາສະຫາຍຍາດມາໄດ້, ພ້ອມທັງ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ, ໂດຍສະເພາະນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ຈົ່ງພ້ອມກັນສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີຄຸນສົມບັດສິນທໍາປະຕິວັດ, ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ, ປະຕິບັດທຸກມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດ, ກົດລະບຽບຕ່າງໆ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ຕອບຕ້ານ ແລະ ສະກັດກັ້ນໃນການໂຄສະນາບຶດເບືອນໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ