ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ຫົວໜ້າກົມໃຫຍ່ເຕັກນິກກອງທັບ ລົງກວດກາ ການກໍ່ສ້າງພື້ນຖານ ກອງພັນສ້ອມແປງເຄື່ອນທີ່ ເລກ 2
ເວລາອອກຂ່າວ: 2025-01-23 12:49:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1260 | ຄວາມນິຍົມ:



ວັນທີ 17 ມັງກອນ 2025 ນີ້, ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຫົວໜ້າກົມເຕັກນິກເຫຼົ່າຮົບ, ຄະນະກົມເສນາເຕັກນິກ, ຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກ ແລະ ວິຊາການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ ໄດ້ເຄື່ອນໄຫວກວດກາການກໍ່ສ້າງພື້ນຖານກອງພັນສ້ອມແປງເຄື່ອນທີ່ ເລກ 2 ຢູ່ແຂວງອຸດົມໄຊ. ການເຄື່ອນໄຫວ ແລະ ເຮັດວຽກຂອງຄະນະໃນຄັ້ງນີ້ ກໍເພື່ອແນໃສ່ປະຕິບັດຕາມທິດນໍາຂອງຂັ້ນເທິງໃຫ້ປະກົດຜົນເປັນຈິງ ແລະ ຊົມເຊີຍ ບໍລິສັດ PSL ກໍ່ສ້າງຄົບວົງຈອນ ຈຳກັດ ທີ່ໄດ້ປະກອບສ່ວນທາງດ້ານງົບປະມານ, ພາຫະນະກົນຈັກ, ກຳລັງວິຊາການ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 1, ເລກ 2, ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນໄດ້ສຳຫຼວດກອບກູ້ລະເບີດທີ່ຍັງບໍ່ທັນແຕກ, ລູກປືນ ແລະ ຊິ້ນສ່ວນອາວຸດມີຈຳນວນຫຼວງຫຼາຍ, ແຕ່ທາງຊ່າງແສງກໍໄດ້ສຸມກຳລັງໃສ່ມາຮອດປັດຈຸບັດສາມາດເກັບກູ້ລະເບີດເຂດພື້ນທີ່ກໍ່ສ້າງສຳເລັດໄດ້ 14 ເຮັກຕາ, ເພື່ອປະຕິບັດໃຫ້ສຳເລັດຕາມແຜນການຂອງເພື່ອນຣັດເຊຍ ແລະ ທາງກົມໃຫຍ່ເຕັກນິກກອງທັບ ກໍຄືຄະນະຮັບຜິດຊອບໂຄງການ ພ້ອມແລ້ວທີ່ຈະໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ທາງບໍລິສັດຮັບເໝົາເຮັດສຳເລັດຕາມແຜນການທີ່ວາງໄວ້. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ