ທ່ານເຈົ້າແຂວງ ແຂວງຊຽງຂວາງ ອວຍພອນ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 702 ແລະ ກອງພັນໃຫຍ່ 643
ເວລາອອກຂ່າວ: 2025-01-23 12:52:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1202 | ຄວາມນິຍົມ: ![]()
ວັນທີ 21 ມັງກອນ 2025 ນີ້, ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເຈົ້າແຂວງ ແຂວງຊຽງຂວາງ ພ້ອມຄະນະ ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂັວນ ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພັນໃຫຍ່ 702 ແລະ ກອງພັນໃຫຍ່ 643, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ (20 ມັງກອນ 1949 -20 ມັງກອນ 2025) ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ສີແພງ ດວງທິໄຊ ຫົວໜ້າການເມືອງກອງພັນໃຫຍ່ 702 ແລະ ພັນເອກ ບົວລອຍ ດວງລາວົງ ຫົວໜ້າການທະຫານ ກອງພັນໃຫຍ່ ກອງພັນໃຫຍ່ 643 ພ້ອມຄະນະ.
ໃນໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ສະແດງຄໍາອວຍພອນອັນອົບອຸ່ນຕໍ່ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 702 ແລະ ກອງພັນໃຫຍ່ 643 ຕະຫຼອດຮອດພະນັງານ-ນັກຮົບໃນທົ່ວກົມກອງຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນສຶບຕໍ່ເຮັດສໍາເລັດໜ້າທີ່ຕາມການມອບໝາຍ ແລະ ສຶບຕໍ່ປົກປັກຮັກສາປະເທດໃຫ້ມີຄວາມສະຫງົບສຸກຕະຫຼອດໄປ.
ໂດຍ: ນາງ ດວງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















