ກອງພັນໃຫຍ່ 643 ເປີດບັ້ນອົບຮົມ-ຫັດແອບ ປະຈໍາປີ 2025
ເວລາອອກຂ່າວ: 2025-01-23 13:55:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1221 | ຄວາມນິຍົມ: ![]()
ວັນທີ 22 ມັງກອນ 2025 ນີ້, ກອງພັນໃຫຍ່ 643 ໄດ້ເປີດ ບັ້ນເຝິກອົບຮົມ - ຫັດແອບວຽກງານການເມືອງ, ການທະຫານ, ພະລາທິການ - ເຕັກນິກ ປະຈໍາປີ 2025 ຂຶ້ນຢ່າງເປັນທາງການ, ຢູ່ເດີນສະໜາມກິລາຂອງຕົນ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຫົວໜ້າກົມປ້ອງກັນອາກາດ ພ້ອມດ້ວຍຄະນະ, ມີສະຫາຍ ພັນເອກ ບົວລອຍ ດວງລາວົງ ຫົວໜ້າການທະຫານກອງພັນໃຫຍ່ 643 ຕະຫຼອດຮອດຄະນະພັກ - ຄະນະບັນຊາ, ນາຍ ແລະ ພົນທະຫານທົ່ວກົມກອງເຂົ້າຮ່ວມ.
ສະຫາຍ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 643 ໄດ້ພັດປ່ຽນກັນຜ່ານແຜນການອົບ
ຮົມ-ຫັດແອບ ປະຈໍາປີ 2025, ໂດຍອີງໃສ່ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ກໍຄືຄໍາສັ່ງເພີ່ມເຕີມຂອງກົມປ້ອງກັນອາກາດ ວ່າດ້ວຍການອົບຮົມ-ຫັດແອບ ປະຈໍາປີ 2025 ຈຸດປະສົງກໍເພື່ອແນໃສ່ເຮັດໃຫ້ນາຍ ແລະ ພົນທະຫານທົ່ວກົມກອງມີແນວຄິດ ການເມືອງໜັກແໜ້ນ, ມີທັດສະນຫຼັກໝັ້ນຕໍ່ອຸດົມການຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ພ້ອມທັງ ເປັນການຍົກສູງ ລະດັບຄວາມຮູ້ຄວາມສາມາດທາງດ້ານສິນລະປະຍຸດ - ຍຸດທະວິທີ ແລະ ລະດັບວິຊາສະເພາະຂອງເຫຼົ່າຮົບປ້ອງກັນອາກາດໃຫ້ພະນັກງານ - ນັກຮົບ ໃນກົມກອງສູງຂຶ້ນ, ກຳໄດ້ບັນດາຫຼັກການເນື້ອໃນບົດຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ໃນສະພາບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານສະເພາະໜ້າ ແລະ ຍາວນານຂອງກົມກອງປະຈຸບັນ, ໃນຂົງເຂດວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງຂອງເຫຼົ່າຮົບປ້ອງກັນອາກາດ ກໍ່ຄືກອງພັນໃຫຍ່ 643, ເຮັດໃຫ້ພະນັກງານ - ນັກຮົບ ແຕ່ລະຂັ້ນ ແຕ່ລະຫົວໜ່ວຍກົມກອງຮາກຖານມີຄວາມຮູ້ຄວາມສາມາດທີ່ແນ່ນອນ, ມີຄວາມທົນທານໜ້ຽວແໜ້ນຕໍ່ທຸກສະພາບດິນຟ້າອາກາດ, ມີລະບຽບວິໃນເຂັ້ມງວດ, ມີຄວາມຊໍານິຊໍານານໃນການນໍາໄຊ້ ແລະ ປົກປັກຮັກສາຄຸ້ມຄອງພາຫະນະເຕັກນິກ, ອາວຸດຍຸດໂທປະກອນ, ມີແນວຄິດຕື່ນຕົວເຂົ້າຮ່ວມການອົບຮົມຫັດແອບ ແລະ ເຮັດສຳເລັດໜ້າການເມືອງຂອງຕົນກໍຄືຂອງກົມກອງການອົບຮົມ - ຫັດແອບໃນຄັ້ງນີ້ ມີທັງໝົດ 180 ວັນ, ແບ່ງອອກເປັນສອງໄລຍະ, ໄລຍະທີ່1 ເລີ່ມແຕ່ ວັນທີ 1/02-15/06/2025, ໄລຍະທີ່ 2 ເລີ່ມແຕ່ ວັນທີ 1/07-31/12/2025. ໃນພິທີຍັງໄດ້ຜ່ານແຜນການເນື້ອໃນຂໍ້ແຂ່ງປະຈຳປີ 2025 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ-ອະນຸກໍາມະການຂະບວນການແຂ່ງຂັນ ຂອງກອງພັນໃຫຍ່ 643 ເພື່ອເຮັດໃຫ້ບັ້ນອົບຮົມ-ຫັດແອບໃນຊຸດນີ້ເຕັ້ມໄປດ້ວຍບັນຍາກາດຟົດຟື້ນ ແລະ ກວ້າງຂວາງ.
ໂດຍ: ຄໍາໝັ້ນ ຄົງວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















