ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ກຸມພາ 2025

  

ລັດຖະມົນຕີກະຊວງປ້ອງກັນປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທະຫານແຂວງເຊກອງ
ເວລາອອກຂ່າວ: 2025-01-23 14:20:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 554 | ຄວາມນິຍົມ:



ວັນທີ 23 ມັງກອນ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງເຊກອງ, ໂດຍມີສະຫາຍ ພັນເອກ ສົມຈິດ ນິລະພົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງເຊກອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງບັນຊາການ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນເອກ ສົມຈິດ ນິລະພົນ ໄດ້ລາຍງານໂດຍຫຍໍ້ສະພາບການເຄື່ອນໄຫວວຽກງານໃນປີ 2024 ຜ່ານມາ, ເຊິ່ງສາມາດສ້າງໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນ ຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ ໄປຄຽງຄູ່ກັບການຕິດຕາມ, ເກັບກຳສະພາບການຮອບດ້ານ, ຕ້ານສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜງ ທີ່ຈະກໍໃຫ້ເກີດຄວາມບໍ່ສະຫງົບ ຢ່າງວ່ອງໄວທັນເວລາ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງປະກອບອາວຸດທ້ອງຖິ່ນມີຄວາມເຂັ້ມແຂງໜັກແໜ້ນ ສາມາດປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ກົມກອງມີຄວາມເປັນລະບຽບຮຽບຮ້ອຍດີ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ໄດ້ເອົາໃຈໃສ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ຈັດຕັ້ງກຳລັງປະຈໍາການກຽມພ້ອມສູ້ຮົບ ເປັນປົກກະຕິ ພ້ອມກັນນັ້ນ, ກໍໄດ້ປຸກລະດົມຊຸກຍູ້ພະນັກງານ-ນັກຮົບບັນດາ ກົມກອງ ເຮັດການຜະລິດປູກຝັງ-ລ້ຽງສັດ ຕາມທ່າແຮງຂອງຕົນ, ສົ່ງເສີມການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ, ສາມາດແກ້ໄຂຊີວິດການເປັນຢູ່ນັບມື້ດີຂຶ້ນ. ນອກຈາກນີ້, ຂົງເຂດວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ ກໍໄດ້ຮັບການຈັດຕັ້ງປະຕິບັດມີໝາກຜົນຕົວຈິງ. ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ເພີ່ມທະວີ ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບຢ່າງຕໍ່ເນື່ອງ ແລະ ຖືສໍາຄັນຕໍ່ວຽກງານດັ່ງກ່າວ, ສຸມໃສ່ເຮັດໃຫ້ສະພາບພາຍໃນທົ່ວແຂວງມີຄວາມສະຫງົບປອດໄພ, ເດັດຂາດບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ, ຕິດຕາມກຳແໜ້ນສະພາບການຮອບດ້ານ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມຈຸດຕ່າງໆ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງໜັກແໜ້ນ, ປັບປຸງກໍ່ສ້າງກົມກອງໃຫ້ມີລະບຽບວິໄນເຂັ້ມງວດ, ເອົາໃຈໃສ່ອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະໃຫ້ມີຄວາມຊໍານານຄ່ອງແຄ້ວ ພ້ອມທັງ, ປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານ ໃຫ້ຮັບປະກັນຄຸນນະພາບສູງ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃຫ້ມີວິທະຍາສາດ, ທັນສະໄໝ ໂດຍຍຶດໝັ້ນໃນຫຼັກການນໍາພາຂອງພັກ, ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງກົມກອງ ໃຫ້ມີການຮັບປະກັນດີ, ຊຸກຍູ້ຢ່າງແຂງແຮງຂະບວນການປູກຝັງ-ລ້ຽງສັດ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮັບປະກັນການກິນຢູ່ຂອງພະນັກງານ-ນັກຮົບ ໃຫ້ໄດ້ກິນເຂົ້າມື້ໜຶ່ງ 3 ຄາບ, ອາຫານ 3 ເຍື່ອງເປັນປົກກະຕິ ພ້ອມນັ້ນ, ກໍຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງແຕ່ລະສະຫາຍ ໃຫ້ສູງຂຶ້ນກວ່າເກົ່າ, ກ້າເຮັດ, ກ້າຮັບຜິດຊອບ ແລະ ສ້າງການຫັນປ່ຽນໃໝ່ໃນໜ້າທີ່ວຽກງານຂອງແຕ່ລະສະຫາຍ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ນາງ ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ