ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ວິທະຍາໄລເຕັກນິກສັບພະວິຊາ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ວິທະຍາຄານການແພດກອງທັບ
ເວລາອອກຂ່າວ: 2025-01-23 14:32:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 383 | ຄວາມນິຍົມ:



ວັນທີ 22 ມັງກອນ 2025 ນີ້, ສະຫາຍ ຂັນໄຊ ທໍາມະວົງ ປະທານກວດກາ ຄະນະພັກຮາກຖານ ວິທະຍາໄລ ເຕັກນິກສັບພະວິຊາ, ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ ພ້ອມຄະນະ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ໂອກາດນີ້, ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ກໍໄດ້ກ່າວສະແດງຄວາມຂອບໃຈ, ພ້ອມທັງກ່າວອວຍໄຊອັນປະເສີດໃຫ້ ຄະນະອໍານວຍການ ວິທະຍາໄລ ເຕັກນິກສັບພະວິຊາ ພະນັກງານ ຄູ-ອາຈານທຸກທ່ານ, ຈົ່ງມີສຸຂະພາບແຂງແຮງ ພ້ອມກັນສຶບຕໍ່ເຮັດສໍາເລັດໜ້າວຽກງານການເມືອງຂອງຂອງຕົນ. ໂດຍ: ວົງໄຊ ຄຳຫຼ້າ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ