ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ກອງພັນ​ໃຫຍ່ 702 ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2025-01-24 09:05:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 3-10 ມັງກອນ 2025, ກອງພັນ​ໃຫຍ່ 702 ໄດ້​ຈັດ​ຕັ້ງ​ບັ້ນ​ເຝິກອົບຮົມ-ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ເພື່ອ​ປະຕິບັດ​ຕາມ​ແຜນການ​ອົບຮົມ-ຫັດ​ແອບ​ການ​ທະຫານ, ປັບປຸງ​ລະບຽບ​ແບບແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍ ປະຈຳ​ປີ 2024 ຂອງ​ກອງພັນ​ໃຫຍ່ 702 ມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ 785 ສະຫາຍ. ຜ່ານ​ການຈັດຕັ້ງ​ຫັດ​ແອບ​ຕົວ​ຈິງ ສາມາດ​ສະຫຼຸບ ແລະ ປະ​ເມີນ​ຜົນ​ໄດ້ ປະເພດ​ເກັ່ງ 41 ສະຫາຍ ເທົ່າ​ກັບ 9,05%; ປະເພດ​ດີ 231 ສະຫາຍ ເທົ່າ​ກັບ 50,99% ແລະ ຄາດໝາຍ 163 ສະຫາຍ ເທົ່າ​ກັບ 35,98%.   ທັງ​ນີ້, ເພື່ອ​ຍົກ​ລະດັບ​ທາງ​ທິດ​ສະ​ດີ ແລະ ການ​ປະຕິບັດ​ຕົວ​ຈິງ​ໃຫ້​ພະນັກງານ-ນັກຮົບ​ໃນ​ກົມ​ກອງ​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານ​ວິຊາ​ສະເພາະ​ເຕັກນິກ ມີ​ລະດັບ​ສິລະ​ປະຍຸດ-ຍຸດທະວິທີ​ສູ້​ຮົບ, ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ນຳພາ-ຊີ້​ນຳ ກວດກາ​ຕີ​ລາຄາ​ຄຸນ​ນະ​ພາບ​ທາງ​ດ້ານ​ຄວາມ​ຮູ້ ຄວາມ​ສາມາດ​ຂອງ​ນາຍ ແລະ ພົນ ທະຫານ​ພາຍ​ໃນ​ກົມ​ກອງ. ໂດຍ: ວົງ​ສາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ