ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໄຂຊຸດອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ພະນັກງານທີ່ຈະລົງກໍ່ສ້າງຮາກຖານ ປະຈຳປີ 2019
ເວລາອອກຂ່າວ: 2019-07-02 09:58:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:



ກົມກໍ່ສ້າງຮາກຖານກົມ ໃຫຍ່ ການເມືອງກອງທັບ ໄດ້ໄຂຊຸດ ອົບຮົມວຽກງານກໍ່ສ້າງຮາກ ຖານການເມືອງໃຫ້ພະນັກງານ ທີ່ຈົບຈາກວິທະຍາຄານກົມມະ ດໍາທີ່ຈະລົງກໍ່ສ້າງຮາກຖານ ປະຈໍາປີ 2019, ໃນລະຫວ່າງ ວັນທີ 29-30 ມິຖຸນາ 2019 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ບົວໄລ ພົມມະ ວົງ ກຳມະການຄະນະພັກກົມ ໃຫຍ່, ຫົວໜ້າກົມກໍ່ສ້າງຮາກ ຖານກົມໃຫຍ່ການເມືອງກອງ ທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ ທີ່ກ່ຽວຂ້ອງຕະຫຼອດຮອດນັກ ເຝິກອົບຮົມເຂົ້າຮ່ວມ. ການເຝິກອົບຮົມຄັ້ງນີ້ ແມ່ນ ເນັ້ນໃສ່ເນື້ອໃນຫຼັກໆເປັນຕົ້ນ ແມ່ນເອກະສານຄໍາສັ່ງແນະນໍາ ເລກທີ 03/ກມສພ ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະ ນາ, ສ້າງບ້ານໃຫຍ່ກາຍເປັນຕົວ ເມືອງນ້ອຍໃນຊົນນະບົດ, ຂໍ້ຕົກ ລົງຂອງກົມໃຫຍ່ການເມືອງກອງ ທັບວ່າດ້ວຍການຈັດຕັ້ງ, ການ ເຄື່ອນໄຫວຂອງພະແນກ, ຂະ ແໜງການ ແລະ ພະນັກງານກໍ່ ສ້າງຮາກຖານຢູ່ບັນດາກອງພົນ, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ກອງພັນໃຫຍ່, ວິທະຍາຄານ ແລະ ໂຮງຮຽນຂອງ ກອງທັບ, ຂໍ້ຕົກລົງວ່າດ້ວຍການ ສ້າງຄອບຄົວ ແລະ ບ້ານປ້ອງກັນ ຊາດເຂັ້ມແຂງ, ບາດກ້າວ, ຂັ້ນ ຕອນໃນການລົງກໍ່ສ້າງຮາກ ຖານ. ຈຸດປະສົງຂອງການເຝິກ ອົບຮົມໃນຄັ້ງນີ້ເພື່ອເປັນການສືບ ຕໍ່ຜັນຂະຫຍາຍຄໍາສັ່ງແນະນໍາ ວ່າດ້ວຍການສ້າງບ້ານເປັນຫົວ ໜ່ວຍພັດທະນາ, ສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງນ້ອຍໃນ ຊົນນະບົດ ແລະ ມະຕິຂອງຄະນະ ພັກກະຊວງປ້ອງກັນປະເທດວ່າ ດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ໃຫ້ປະກົດຜົນເປັນຈິງ, ເຮັດໃຫ້ພະ ນັກງານທີ່ຈະລົງກໍ່ສ້າງຮາກຖານ ມີຄວາມຮັບຮູ້ເຊື່ອມຊຶມ ແລະ ກຳ ໄດ້ແໜ້ນບັນດາເນື້ອໃນວຽກງານ ກໍ່ສ້າງຮາກຖານການເມືອງ, ປະ ກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ສະພາບມີຄວາມສະຫງົບ, ເສດຖະກິດໄດ້ຮັບການພັດທະນາ, ປະຊາຊົນຫຼຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ໃນຕອນທ້າຍ, ສະຫາຍ ພົນ ຈັດຕະວາ ບົວໄລ ພົມມະວົງໄດ້ ເນັ້ນໜັກຕໍ່ນັກສຳມະນາກອນຈົ່ງ ພ້ອມກັນສືບຕໍ່ນຳເອົາເນື້ອໃນ ເອກະສານ ໄປຄົ້ນຄວ້າຮ່ຳຮຽນຕື່ມ ເພື່ອເປັນທິດທາງໃນການລົງກໍ່ ສ້າງຮາກຖານການເມືອງໃນສະ ເພາະໜ້າ ແລະ ຍາວນານ,ຕ້ອງມີ ຄຸນທາດການເມືອງໜັກແໜ້ນ, ກ້າຫານ, ເສຍສະຫຼະ, ມີຄຸນສົມ ບັດສິນທຳປະຕິວັດ, ມີຄວາມຕັ້ງຕໍ່ ບໍລິສຸດຕໍ່ປະເທດຊາດ, ຕໍ່ປະ ຊາຊົນ, ເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ຍົກສູງ ຄວາມຮູ້ຄວາມ ສາມາດ, ກຳແໜ້ນແນວທາງ ນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ຂອງກອງ ທັບ. ພ້ອມກັນສຶກສາອົບຮົມ ການເມືອງແນວຄິດ, ປະຕິບັດ ຄົບຖ້ວນຂອງວຽກງານກໍ່ສ້າງ ຮາກຖານ, ຕ້ອງເປັນເສນາທິ ການເກັບກຳສະພາບຂອງບ້ານ, ສ້າງແກ່ນສານພໍ່ຮັກແມ່ແພງ, ເຄົາລົບນັບຖືອົງການຈັດຕັ້ງບ້ານ ແລະ ພ້ອມກັນເອົາໃຈໃສປະຕິບັດ ຕາມ 4 ເນື້ອໃນ 4 ຄາດໝາຍ, ຍົກສູງຄວາມຮັບຜິດຊອບເພື່ອ ຮັບປະກັນເຮັດສຳເລັດໜ້າທີ່ການ ເມືອງຂອງຕົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ