
ຄະນະກອງບັນຊາການປ້ອງກັນຄວາມສະຫງົບແຂວງຈຳປາສັກ ອວຍພອນ ຄະນະກອງບັນຊາການທະຫານເເຂວງຈຳປາສັກ
ເວລາອອກຂ່າວ: 2025-01-24 09:08:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1094 | ຄວາມນິຍົມ:
ວັນທີ 15 ມັງກອນ 2025, ຄະນະກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ນຳໂດຍ ສະຫາຍ ພັນເອກ ບຸນອ່ຽງ ພັນວົງສາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ຄະນະກອງບັນຊາການທະຫານເເຂວງຈຳປາສັກ ເນື່ອງໃນໂອ
ກາດວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025), ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານກອງບັນຊາການທະຫານເເຂວງຈຳປາສັກ ພ້ອມດວ້ຍຄະນະ.
ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈ ຕໍ່ຄະ ນະນຳກຳລັງປຫ້ອງກັນຄວາມສະຫງົບແຂວງຈຳປາສັກ ທີ່ໄດ້ເຂົ້າມາອວຍພອນໃນຄັ້ງນີ້ , ເຊິ່ງເປັນການຮັດເເໜ້ນຄວາມສາມັກຄີ ລະຫວ່າງ ສອງກຳລັງ ເວົ້າລວມ, ເວົ້າສະເພາະ ກອງບັນຊາການທະຫານແຂວງຈຳປາສັກ ກັບ ກອງບັນຊາການປ້ອງກັນຄວາມສະຫງົບ ໃຫ້ນັບມື້ເເໜ້ນເເຟ້ນຍິ່ງໆຂຶ້ນ.
ໂດຍ: ນາງ ສິລິຄານ ສີດາວົງ
ພາບ: ນາງ ສົມພອນ ເເກ້ວມະນີໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ