ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ທະຫານ​ແຂວງ​ບໍ່​ແກ້ວ ປະດັບ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2025-01-24 09:13:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1008 | ຄວາມນິຍົມ:



ວັນ​ທີ 15 ມັງກອນ 2025 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຈັດ​ພິທີ​ປະດັບ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ມາ​ຈາກ​ສາຍ​ລັດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ສອນ ໄຊ​ຍະ​ວົງ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ກ່ຽວຂ້ອງ, ນາຍ ແລະ ພົນທະຫານ ຜູ້​ທີ່​ໄດ້​ຮັບ​ຊັ້ນ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວຽງ​ສະຫວັນ ຄຳ​ມະນີ​ຫຼ້າ ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ປະດັບ​ທຽບ​ຊັ້ນ​ນາຍ​ທະຫານ ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ມາ​ຈາກ​ສາຍ​ລັດ. ໃນ​ນີ້, ກົມ​ໃຫຍ່​ການເມືອງ​ກອງທັບ ຕົກລົງ ປະດັບ​ທຽບ​ຊັ້ນ​ຮ້ອຍ​ໂທ ຈຳນວນ 30 ສະຫາຍ ແລະ ປະດັບ​ທຽບ​ຊັ້ນ​ຮ້ອຍ​ຕີ ຈຳນວນ 8 ສະຫາຍ. ໂດຍ​ການ​ຂຶ້ນ​ປະດັບ​ຂອງ ສະຫາຍ ພັນ​ເອກ ຄຳ​ສອນ ໄຊ​ຍະ​ວົງ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ຢ່າງ​ສົມ​ກຽດ ໂດຍ: ວໍລະ​ສິດ ພິດ​ສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ