
ປະກາດການແຕ່ງຕັ້ງເລຂາ-ຮອງເລຂາ ແລະ ປະທານກວດກາ ຄະນະພັກຮາກຖານ ບັນດາຫ້ອງທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ
ເວລາອອກຂ່າວ: 2025-01-24 09:15:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 894 | ຄວາມນິຍົມ:
ວັນທີ 17 ມັງກອນ 2025 ນີ້, ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ປະກາດການແຕ່ງຕັ້ງເລຂາ, ຮອງເລຂາ ແລະ ປະທານກວດກາ ຄະ
ນະພັກຮາກຖານ ບັນດາຫ້ອງ ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາ, ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ແສງສຸລິວັນ ພິທັກສູນທອນ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງສະຫວັນນະເຂດ ວ່າດ້ວຍການແຕ່ງຕັ້ງເລຂາ-ຮອງເລຂາ, ປະທານກວດກາ ຄະນະພັກຮາກຖານ ບັນດາຫ້ອງ ທີ່ຂຶ້ນກັບກອງບັນຊາການທະຫານແຂວງ. ໃນນັ້ນ, ກອງບັນຊາການທະຫານແຂວງສະຫວັນນະເຂດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ຄູນສະໄໝ ລິນສັນຍາ ເປັນເລຂາຄະນະພັກ
ຮາກຖານ ຫ້ອງການ, ສະຫາຍ ພັນໂທ ສົມຕາ ສຸລິປັນຍາ ເປັນຮອງເລຂາຄະນະພັກຮາກຖານ ຫ້ອງການເມືອງ, ສະຫາຍ ພັນໂທ ບຸນໃສ ແກ້ວພິຈິດ ເປັນຮອງເລຂາຄະນະພັກຮາກຖານ ຫ້ອງເສນາທິການ, ສະຫາຍ ພັນໂທ ພອນປະສົງ ກົມມະສິດ ເປັນຮອງເລຂາຄະນະພັກຮາກຖານ ຫ້ອງການ, ສະຫາຍ ພັນໂທ
ປອ ໄພລົມ ໂນດນາໂພ ເປັນປະທານກວດກາຄະນະພັກຮາກຖານ ຫ້ອງການ, ສະຫາຍ ພັນໂທ ສົມພັນ ທຳມະວົງ ເປັນປະທານກວດກາຄະນະພັກຮາກຖານ ຫ້ອງການເມືອງ, ສະຫາຍ ພັນໂທ ທອງວັນ ບຸນດາວົງ ເປັນເລຂາໜ່ວຍພັກ ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ພ້ອມນັ້ນ ຍັງໄດ້ປະກາດການແຕ່ງຮັກສາການຫົວໜ້າພະແນກ, ຮອງພະແນກ ແລະ ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາໜ່ວຍພັກ ທີ່ຂື້ນກັບບັນດາຫ້ອງ ຈຳນວນໜຶ່ງ ຕື່ມອີກ.
ໂດຍ: ພານິດ ພິລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ