ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສ່ອງແສງວຽກງານຮອບດ້ານຂອງ 8 ກົມກອງ ປະຈຳໄຕມາດ II
ເວລາອອກຂ່າວ: 2019-07-02 09:59:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ກອງປະຊຸມສ່ອງແສງວຽກ ງານຮອບດ້ານຂອງ 8 ກົມກອງ ປະຈຳໄຕມາດ II ໄດ້ຈັດຂຶ້ນໃນ ວັນທີ 27 ມິຖຸນາ 2019 ນີ້, ຢູ່ ທີ່ຫ້ອງປະຊຸມໂຮງຮຽນກໍ່ສ້າງ ນາຍສິບເລກ 1 ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະ ນະປະຈຳພັກກະຊວງ ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ມີຄະນະພັກ-ຄະນະບັນຊາ 8 ກົມກອງເຂົ້າຮ່ວມຄື: ໂຮງຮຽນ ນາຍ ສິບເລກ 1, ກອງພົນທີ 2, ກອງບັນຊາການທະຫານແຂວງໄຊ ຍະບູລີ, ກອງບັນຊາການທະຫານ ແຂວງຫຼວງພະບາງ, ໂຮງງານ ປະສານເຫຼົ່າ, ໂຮງໝໍ 107, ສານ ທະຫານພາກເໜືອ ແລະ ອົງການ ໄອຍະການທະຫານພາກເໜືອ. ກອງປະຊຸມດັ່ງກ່າວຕາງໜ້າ ບັນດາກົມກອງຕ່າງໆໄດ້ຂຶ້ນ ລາຍງານສະພາບການທີ່ພົ້ນ ເດັ່ນໃນໄລຍະທີ່ຜ່ານມາ ໂດຍ ຍົກໃຫ້ເຫັນສະພາບການເມືອງ, ແນວຄິດຂອງພະນັກງານແມ່ນ ມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອ ໝັ້ນຕໍ່ການນຳພາຂອງພັກເປັນ ເຈົ້າການໃນການເຄື່ອນໄຫວ ວຽກງານປົກປັກຮັກສາເຂດນ້ຳ ແດນດິນຂອງຕົນມີຄວາມສະ ຫງົບປອດໄພສືບຕໍ່ຕ້ານ ແລະ ສະ ກັດກັ້ນບັນດາປະກົດການຫຍໍ້ ທໍ້ຕ່າງໆໃນສັງຄົມໃຫ້ນັບມື້ຫຼຸດ ໜ້ອຍຖອຍລົງ, ປັບປຸງກໍ່ສ້າງ ຄ້າຍຄູ ແລະ ແກ້ໄຂຊີວິດການ ເປັນຢູ່ຂອງກົມກອງໃຫ້ດີຂຶ້ນເທື່ອ ລະກ້າວ. ຈາກນັ້ນ ສະຫາຍ ພົນຕີ ອ່ອນ ສີ ແສນສຸກ ໄດ້ຮຽກຮ້ອງໃຫ້ຄະ ນະພັກ-ຄະນະບັນຊາແຕ່ລະກົມ ກອງເອົາໃຈໃສ່ສຶກສາອົບຮົມ ການເມືອງ, ນຳພາແນວຄິດຫັນ ເອົາພະນັກງານລົງກໍ່ສ້າງຮາກ ຖານການເມືອງ ຕິດພັນກັບ ການພັດທະນາເສດຖະກິດ-ສັງ ຄົມ, ຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຕາມຊາຍແດນ, ມີສະຕິລະວັງຕົວ ຕໍ່ກົນອຸບາຍທຳລາຍມ້າງເພຂອງ ອິດທິກຳລັງປໍລະປັກຈັດຕັ້ງກຳ ລັງປະຈຳການກຽມພ້ອມສູ້ຮົບ ຕະຫຼອດ 24 ຊົ່ວໂມງ, ເພີ່ມທະ ວີຄວາມສາມັກຄີພາຍໃນໃຫ້ ເປັນປຶກແຜ່ນສຸມໃສ່ແກ້ໄຂຊີວິດ ການເປັນຢູ່ຂອງພະນັກງານ-ນັກຮົບໃນກົມກອງໃຫ້ດີຂຶ້ນ,ສ້າງກົມກອງໃຫ້ກາຍເປັນກົມກອງວັດທະນະທຳ ແລະ ນັກ ຮົບວັດທະນະທຳ, ກາຍເປັນກົມ ກອງທີ່ມີແບບແຜນ ແລະ ທັນສະໄໝຕາມທິດທາງແຜນການທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະສົບຜົນສຳເລັດ. ໂດຍ: ແສງອາລຸນ ໂດຍວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ