
ຄະນະນຳກອງບັນຊາການທະຫານແຂວງຊຽງຂວາງ ວາງພວງມາລາ ຢູ່ອະນຸສາວະລີນັກຮົບປະຕິວັດ
ເວລາອອກຂ່າວ: 2025-01-24 09:22:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1041 | ຄວາມນິຍົມ:
ໃນວັນທີ 20 ມັງກອນ 2025 ນີ້, ຄະນະນຳກອງບັນຊາການທະຫານແຂວງຊຽງຂວາງ ນຳໂດຍ ສະຫາຍ ພັນເອກ ບຸນຊູ ໄຊລາສີ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກ ຮົບປະຕິວັດ ຫ້ວຍຄຳ ເມືອງແປກ ແຂວງຊຽງຂວາງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949-20 ມັງກອນ 2025 ). ເພື່ອເປັນການຈາລຶກເຖິງບຸນຄຸນ, ຄຸນງາມ, ຄວາມດີຂອງບັນດາການນຳ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນັກຮົບປະຕິວັດທີ່ໄດ້ສຸມທຸກສະຕິປັນຍາ, ອຸທິດກຳລັງແຮງກາຍ, ເສຍສະຫຼະຊີວິດເລືອດເນື້ອຂອງຕົນ ເພື່ອປະເທດຊາດ ເພື່ອຄວາມເປັນເອກະລາດ ສ້າງສັງຄົມໃຫ້ມີຄວາມຜາສຸກ ແລະ ປະເທດຊາດ ຂໍຈົດຈຳຈາລຶກຜົນ ງານ, ຄຸນງາມຄວາມດີ, ວິລະກຳອັນລໍ້າເລີດຂອງພວກເພິ່ນນີ້ໄວ້ຕະຫຼອດກາລະນານ.
ໂດຍ: ສົມຮັກ ຈັນທະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ