ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີມອບ-ຮັບອຸປະກອນການພິມຈາກກອງທັບ ສ ຣັດເຊຍ
ເວລາອອກຂ່າວ: 2019-07-03 10:04:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ວັນທີ 2 ກໍລະກົດ 2019 ນີ້, ຢູ່ທີ່ໂຮງພິມແຜນທີ່ກອງທັບ ໄດ້ມີ ພິທີມອບ-ຮັບ ອຸປະກອນດ້ານ ການທະຫານ ງວດທີ III ໃນຂອບ ການຊ່ວຍເຫຼືອດ້ານເຕັກນິກການ ທະຫານຂອງ ສ ຣັດເຊຍ ໃຫ້ແກ່ ສປປ ລາວ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຕີ ປະສິດ ທ່ຽງ ທຳ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບ, ຝ່າຍ ສ ຣັດເຊຍ ນຳໂດຍ ສະຫາຍ ພັນເອກ ຍ.ອ ໂປ ປົບ ຮອງຫົວໜ້າກົມທະຫານອາ ກາດກອງທັບເຮືອ ສ ຣັດເຊຍພ້ອມ ດ້ວຍຄະນະ ແລະ ພາກສ່ວນທີ່ ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ຕາງໜ້າກະຊວງປ້ອງກັນປະ ເທດໄດ້ເຊັນຮັບອຸປະກອນດ້ານ ການທະຫານດັ່ງກ່າວ ໂດຍສະ ຫາຍ ພັນເອກ ທອງຈັນ ວັນນະສີຫົວໜ້າກົມແຜນທີ່ກົມໃຫຍ່ເສ ນາທິການກອງທັບ, ອຸປະກອນ ທີ່ນຳມາມອບໃນຄັ້ງນີ້ແມ່ນ ອຸປະກອນການພິມແຜນທີ່ທັນສະ ໄໝເພື່ອນຳໃຊ້ເຂົ້າໃນຂົງເຂດ ວຽກງານການພິມແຜນທີ່ຂອງ ກອງທັບປະຊາຊົນລາວ. ໂອກາດ ດັ່ງກ່າວຄະນະທັງສອງຝ່າຍຍັງ ໄດ້ເຂົ້າຢ້ຽມຊົມຫ້ອງຮຽນ ການຜະລິດ ແລະ ພິມແຜນທີ່ ແລະ ຮັບຟັງການອະທິບາຍ, ການໃຊ້ງານຂອງອຸປະກອນແຕ່ ລະຊະນິດຈາກນັກວິຊາການທີ່ ກ່ຽວຂ້ອງ. ໃນຕອນເຊົ້າວັນດຽວກັນນີ້, ທີ່ ກອງພັນໃຫຍ່ 703 ສະຫາຍ ພັນ ເອກ ຍ.ອ ໂປປົບ ຮອງຫົວໜ້າ ກົມທະຫານອາກາດກອງທັບເຮືອ ສ ຣັດເຊຍ ພ້ອມດ້ວຍຄະນະຍັງ ໄດ້ໄປມອບອຸປະກອນການບິນ ເພື່ອບັນຈຸເຂົ້າໃນຫ້ອງຮຽນເຝິກ ບິນຂອງຍົນຂຶ້ນຊື່ ແລະ ອຸປະກອນ ຕິດຕັ້ງສະໜາມບິນຈຳນວນໜຶ່ງ ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຊັນຮັບ ໂດຍ ສະຫາຍ ພັນເອກ ພັນມະມິດ ວໍລະ ບຸດ ຮອງຫົວໜ້າກົມທະຫານອາ ກາດກົມໃຫຍ່ເສນາທິການກອງ ທັບ ໂດຍມີພະນັກງານ ແລະ ພາກ ສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ໂດຍ: ທອງເພັດ ໄຊຍະເພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ