ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະປະຕິບັດງານພິເສດລັດຖະບານ ລາວ ແລະ ຫວຽດນາມ ສືບຕໍ່ຮ່ວມມື ຊອກຫາຮາງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ເວລາອອກຂ່າວ: 2019-07-03 10:09:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ປະຕິບັດຕາມບົດບັນທຶກກອງ ປະຊຸມສາມັນຄັ້ງທີ XXIII ຫວ່າງ ຄະນະປະຕິບັດງານພິເສດລັດຖະ ບານ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ແລະ ຄະນະປະຕິບັດງານພິເສດລັດຖະ ບານແຫ່ງ ສາທາລະນະລັດ ສັງ ຄົມນິຍົມຫວຽດນາມ ມາໃນວັນທີ 2 ກໍລະກົດ 2019 ນີ້ ຢູ່ທີ່ແຂວງ ຫຼວງພະບາງ ສປປ ລາວ ໄດ້ດຳ ເນີນກອງປະຊຸມສາມັນຄັ້ງທີ XXIV ຂຶ້ນ ລະຫວ່າງຄະນະປະຕິ ບັດງານພິເສດລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະປະຕິ ບັດງານພິເສດລັດຖະບານ ແຫ່ງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ວ່າດ້ວຍການສືບຕໍ່ ຊອກຫາ, ທ້ອນໂຮມ, ເຄື່ອນຍ້າຍ ຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ ເສຍສະຫຼະຊີວິດໃນສະໄໝສົງ ຄາມຢູ່ລາວ. ຄະນະຜູ້ແທນປະຕິບັດງານພິ ເສດລັດຖະບານ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນຳໂດຍ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳມະການສູນ ກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ຫົວໜ້າຄະ ນະປະຕິບັດງານພິເສດລັດຖະ ບານ ສປປ ລາວ, ຝ່າຍຄະນະຜູ້ ແທນປະຕິບັດງານພິເສດລັດ ຖະບານຫວຽດນາມ ນຳໂດຍ ສະຫາຍ ພົນໂທ ເລ ຈຽມ ກຳມະ ການສູນກາງພັກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ. ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ໄດ້ກ່າວມີຄຳເຫັນຕໍ່ພິທີພົບປະສອງຝ່າຍວ່າ: ຂ້າພະເຈົ້າ ພ້ອມດ້ວຍຄະນະປະຕິບັດງານພິເສດລັດຖະບານ ສປປ ລາວ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນ ຮັບສະຫາຍ ພົນໂທ ເລຈຽມ ກຳ ມະການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າປະຕິບັດງານພິເສດລັດ ຖະບານ ສສ ຫວຽດນາມ ພ້ອມ ດ້ວຍຄະນະ ທີ່ໄດ້ເດີນທາງມາ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ເຊິ່ງໄດ້ນຳເອົາຄວາມສາມັກຄີພິ ເສດທີ່ສະໜິດສະໜົມອົບອຸ່ນໄມຕີຈິດມິດຕະພາບອັນດູດດື່ມຖານ ສະຫາຍອ້າຍນ້ອງມາສູ່ຄະນະປະຕິບັດງານພິເສດລັດຖະບານລາວ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນ ມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກສອງລັດ ສອງ ກອງທັບ ແລະ ປະຊາຊົນສອງ ຊາດໃຫ້ເລິກເຊິ່ງຈະເລີນງອກ ງາມ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຕະຫຼອດໄປ. ໃນການຮ່ວມມືລະຫວ່າງສອງ ຄະນະປະຕິບັດງານພິເສດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແມ່ນສາມາດຍາດໄດ້ຜົນສຳເລັດ ຕາມລະດັບຄາດໝາຍ ແລະ ມີປະ ສິດທິຜົນສູງ ເຊິ່ງທັງສອງຝ່າຍ ໄດ້ປະສານສົມທົບຢ່າງແໜ້ນ ແຟ້ນໃນການຊີ້ນຳບັນດາອຳນາດ ການປົກຄອງທ້ອງຖິ່ນແຕ່ລະຂັ້ນ ແລະ ພໍ່ແມ່ປະຊາຊົນສະເພາະ ລະດູແລ້ງ 2018 - 2019 ສາ ມາດຂຸດຄົ້ນໄດ້ 230 ຮ່າງອັດຖິ ເຖິງແມ່ນວ່າຈໍານວນດັ່ງກ່າວຈະ ຂາດຂໍ້ມູນທີ່ຊັດເຈນຢູ່ເຂດທຸລະ ກັນດານຫ່າງໄກສອກຫຼີກ ແຕ່ທັງ ສອງຝ່າຍກໍຍັງສາມາດຍາດໄດ້ ຜົນງານທີ່ໜ້າຍ້ອງຍໍ ແລະ ຊົມ ເຊີຍເປັນຢ່າງຍິ່ງ ແລະ ທັງສອງ ຝ່າຍກໍໄດ້ຈັດຕັ້ງພິທີມອບຮັບ ຢ່າງສົມກຽດຖືກຕ້ອງສອດຄ່ອງ ກັບຮີດຄອງປະເພນີຂອງປະຊາຊົນທັງສອງຊາດ. ສຳລັບທິດທາງໃນການຮ່ວມ ມືປະຈຳສົກລະດູແລ້ງ 2019-2020 ແມ່ນຈະໄດ້ສືບຕໍ່ໃນການ ປະສານສົມທົບການຊີ້ນຳຊອກ ຫາທ້ອນໂຮມເຄື່ອນຍ້າຍອັດຖິທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມຈົນຮອດຍາມບໍ່ມີຂໍ້ມູນກ່ຽວກັບຂຸມຝັງສົບຜູ້ທີ່ ເສຍສະຫຼະຊີວິດ, ຍູ້ແຮງໃນການ ຊີ້ນຳໂຄສະນາຂົນຂວາຍພໍ່ແມ່ປະ ຊາຊົນແຕ່ລະຊັ້ນຄົນຂອງສອງປະ ເທດໃນການເຂົ້າຮ່ວມຕອບສະ ໜອງຂໍ້ມູນກ່ຽວກັບອັດຖິຜູ້ທີ່ເສຍ ສະຫຼະຊີວິດ, ສອງຝ່າຍຊີ້ນຳອົງ ການປະຈຳການຂອງແຕ່ລະຝ່າຍ ໃນການເປັນເສນາທິການຢ່າງ ຕັ້ງໜ້ານຳສະເໜີເນື້ອໃນວິທີແກ້ ໄຂຊຸກຍູ້ວຽກງານຊອກຫາທ້ອນ ໂຮມ ອັດຖິຜູ້ທີ່ເສຍສະຫຼະຊີວິດ ແລະ ອື່ນໆອີກ. ພາຍຫຼັງສຳເລັດການພົບປະ ສອງຝ່າຍຄະນະທັງສອງຝ່າຍຍັງ ໄດ້ລົງນາມເຊັນບົດບັນທຶກຊ່ວຍ ຈຳ ຄັ້ງທີ XXIV ແລະ ຄະນະປະ ຕິບັດງານພິເສດລັດຖະບານ ສສ ຫວຽດນາມ ໄດ້ມອບຮ່ວງເງິນສະ ໜັບສະໜູນວຽກງານດັ່ງກ່າວ ໃຫ້ຄະນະຝ່າຍລາວຈຳນວນ ໜຶ່ງເພື່ອຮັບໃຊ້ເຂົ້າໃນວຽກງານ ດັ່ງກ່າວໃຫ້ຜົນສໍາເລັດຕາມແຜນ ການ. ໃນໄລຍະເຮັດວຽກຢູ່ ສປປ ລາວ ຄະນະປະຕິບັດງານພິເສດ ລັດຖະບານ ສສ ຫວຽດນາມ ຍັງ ໄດ້ຢ້ຽມຢາມກອງບັນຊາການທະຫານແຂວງຫຼວງພະບາງ ແລະ ສະຖານທີ່ທ່ອງທ່ຽວຢູ່ຫຼວງພະ ບາງອີກຈຳນວນໜຶ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ