ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ຄອບຄົວ​ການ​ນຳ​ແຂວງ​ຈຳປາ​ສັກ ເຄື່ອນ​ໄຫວ​ຢ້ຽມຢາມ​ອວຍພອນ ແລະ ມອບ​ຂອງຂວັນ​ໃຫ້ ກົມ​ກອງ​ທະຫານ​ຊາຍ​ແດນ
ເວລາອອກຂ່າວ: 2025-02-06 09:13:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 706 | ຄວາມນິຍົມ:



ໃນ​ວັນ​ທີ 30 ມັງກອນ 2025, ຄອບຄົວ​ການ​ນຳ​ແຂວງ​ຈຳປາ​ສັກ ນຳ​ໂດຍ​ສະຫາຍ ນາງ ວຽງ​ສະໄໝ ສູນ​ນະລາດ ພັນ​ລະ​ຍາເຈົ້າແຂວງ ແຂວງ​ຈຳປາ​ສັກ, ມີ​ສະຫາຍ ພັນ​ເອກ ສິດປະເສີດ ນວນ​ມະນີ​ວົງ ຫົວໜ້າ​ການ​ທະ ຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ, ຫ້ອງການ​ສະ​ຫາ​ພັນ​ແມ່​ຍີງ​ແຂວງ ແລະ ສາ​ມະ​ຄົມ​ນັກທຸລະກິດ​ຍິງ​ແຂວງ​ຈຳປາ​ສັກ ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ, ອວຍພອນ ແລະ ມອບ​ຂອງຂວັນ ໃຫ້​ກອງຮ້ອຍ​ທະຫານ​ຊາຍ​ແດນ 523 ແລະ ກອງຮ້ອຍ​ທະຫານ​ຊາຍ​ແດນ 524 ເນື່ອງ​ໃນ​ໂອກາດ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ. ສະຫາຍ ນາງ ວຽງ​ສະໄໝ ສູນ​ນະລາດ ໄດ້​ຕາງໜ້າ​ຄະນະ​ກ່າວ​ສະແດງ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ຄາວ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ ພະນັກງານ-ນັກຮົບ ແຕ່​ລະ​ກົມ​ກອງ; ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນໆ​ງານ​ທີ່​ກົມ​ກອງ​ສ້າງ​ມາ​ໄດ້ ແລະ ກ່າວ​ຄຳ​ອວຍພອນ​ໄຊ​ອັນ​ປະເສີດ​ແດ່ ນາຍແລະ ພົນທະຫານ ທັງ 2 ກົມ​ກອງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ພາລະ​ນາ​ໄມ​ສົມບູນ ສືບຕໍ່​ເຮັດ​ສຳເລັດ​ທຸກ​ພາລະ​ໜ້າທີ່​ອັນ​ມີ​ກຽດ​ສະຫງ່າ​ທີ່​ພັກ, ລັດ ແລະ ປະຊາຊົນ​ລາວ​ມອບ​ໝາຍ​ໃຫ້. ໂອກາດ​ດັ່ງກ່າວ​ມອບ​ເງິນສົດ​ເພື່ອ​ບູລະນະ​ປັບປຸງ​ກົມ​ກອງ ກອງ​ລະ 10.000 000 ກີບ ພ້ອມດ້ວຍເຄື່ອງ​ອຸປະໂພກ-ບໍລິໂພກ​ຈຳ ນວນ​ໜື່ງ. ໂດຍ: ສົມ​ພອນ ພົງ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ