ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ເຜີຍແຜ່ ວິໄສ​ທັດ ຍຸດ​ທະ​ສາດ​ການ​ສຶກ​ສາ ແລະ ສ້າງ​ຈິດ​ສຳນຶກ​ດ້ານ​ສິ່ງແວດລ້ອມ​ກອງທັບ​ປະຊາຊົນ​ລາວ 2025-2030
ເວລາອອກຂ່າວ: 2025-02-06 09:14:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 677 | ຄວາມນິຍົມ:



ກອງ​ປະຊຸມ​ເຜີຍແຜ່ ວິໄສ​ທັດຍຸດ​ທະ​ສາດ​ການ​ສຶກ​ສາ ແລະ ສ້າງ​ຈິດ​ສຳນຶກ​ດ້ານ​ສິ່ງແວດ ລ້ອມ​ກອງທັບ​ປະຊາຊົນ​ລາວ 2025-2030 ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 30 ມັງກອນ 2025, ຢູ່​ທີ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1, ໂດຍ​ການ​ເປັນ​ປະທານ​ຂອງ ສະ ຫາຍ ພັນ​ເອກ ບົວ​ວັນ ພົມ​ມະ​ເພັງ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1, ສະຫາຍ ພັນ​ເອກ ຄຳ​ໄຊ ສະ​ນີ​ແກ້ວ ຮອງ​ຫົວໜ້າ​ກົມ ວິທະຍາສາດ-ປະ​ຫວັດ​ສາດ ການ​ທະຫານ ກະຊວງ​ປ້ອງ​ກັນ​ປະເທດ, ມີ​ຜູ້ຕາງໜ້າ ກົມ​ວິທະຍາສາດ, ເຕັກ​ໂນ​ໂລ​ຊີແລະ ສິ່ງແວດລ້ອມ, ຄະນະ​ພັກ- ຄະນະ​ບັນຊາ 5 ຫ້ອງ, 4 ກອງພັນ, ໂຮງໝໍ, ກອງຮ້ອຍ​ເອກະລາດ, ພະ ແນກການ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ຍາ​ວົງ ດວງ​ປັນຍາ ຫົວໜ້າ​ພະ​ແນກ​ວິທະຍາສາດ​ສິ່ງແວດລ້ອມ ກົມ​ວິທະຍາສາດ-ປະ​ຫັວດ​ສາດ​ການ​ທະຫານ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ນຳ​ສະເໜີ ວິໄສ​ທັດ ຮອດ​ປີ 2030 ຍຸດ​ທະ​ສາດ​ການ​ສຶກ​ສາ ແລະ ສ້າງ​ຈິດ​ສຳນຶກ​ດ້ານ​ສິ່ງແວດລ້ອມ ກອງທັບ​ປະຊາຊົນ​ລາວ 2025-2030 ເພື່ອ​ແນ່​ໃສ່​ເຮັດ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ຕະຫຼອດ​ຮອດນາຍ ແລະ ພົນທະຫານ​ໃນ​ທົ່ວ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 1 ໄດ້​ຮັບ​ຮູ້, ຊື່ມ​ເຊື່ອມ​ເຂົ້າໃຈ​ແຈ້ງ​ຕໍ່​ເນື້ອ​ໃນ​ແຕ່​ລະ​ໜ້າ​ວຽກ​ຂອງ​ວິໄສ​ທັດ ແລະ ເປັນ​ການ​ສຶກ​ສາ, ສ້າງ​ຈິດ​ ສຳນຶກ​ດ້ານ​ສິ່ງແວດລ້ອມ​ຖື​ເປັນ​ວຽກ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງແວດ ລ້ອມ​ໃຫ້​ກວ້າງຂວາງ ແລະ ຊຸກຍູ້​ສົ່ງເສີມ​ໃຫ້ ນາຍ ແລະ ພົນທະຫານ, ນັກ ຮຽນ​ໄດ້​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ສົມ​ເຫດ ສົມ​ຜົນ, ມີ​ຈິດ​ສຳນຶກ​ຮັກ, ຫວງ​ແຫນ, ເປັນ​ເຈົ້າ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ຂອງ​ຊາດ ແລະ ສິ່ງແວດລ້ອມ ເພື່ອ​ເຮັດ​ໃຫ້​ກົມ​ກອງ​ມີ​ການ​ພັດທະນາ​ໄປ​ຕາມ​ທິດ​ສີຂຽວ, ຍືນ​ຍົງ ແລະ ເປັນ​ບ່ອນ​ອີງ​ໃນ​ການ​ສ້າງ​ແຜນການ, ແຜນ​ງານ​ຂອງ​ກົມ​ກອງ​ໃນ​ການ​ເຄື່ອນ​ໃຫວ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຕົວ​ຈິງ​ໃຫ້​ນັບ​ມື້​ກ້ວ​​າງ​ຂວາງ ຕັ້ງໜ້າ​ບັນລຸ​ໄດ້ 6 ຄາດໝາຍ​ສູ້​ຊົນ, 4 ຍຸດ​ທະ​ສາດ, 11 ໜ້າ​ວຽກ​ຈຸດ​ສຸມ ແລະ 22 ກິດຈະກຳ ທີ່​ກຳນົດ​ໄວ້​ໃຫ້​ໄດ້​ຮັບ​ຜົນສຳເລັດ.ຈາກ​ນັ້ນ, ໄດ້​ສ້າງ​ກິດຈະກຳ​ຖາມ, ຕອບ ຄວາມ​ຮູ້​ຮອບ​ຕົວ​ໃນ​ການ​ແຍກ​ສິ້ນ​ສວ່ນ​ຂອງ​ເສດ​ຂີ້​ເຫຍື້ອ​ທີ່​ເປັນ​ອັນຕະລາຍ, ຂີ້​ເຫຍື້ອ​ທົ່ວ​ໄປ, ຂີ້​ເຫຍື້ອ​ທີ່​ສາມາດ​ນຳ​ໃຊ້​ຄືນໃໝ່​ໄດ້, ຂີ້​ເຫຍື້ອ​ຍ່ອຍ​ສະຫຼາຍ; ໂອກາດ​ດັ່ງກ່າວ ຍັງ​ໄດ້​ມອບ​ປ້າຍ​ໂລ​ໂກ້ ແລະ ປື້ມ​ສິ່ງແວດລ້ອມ​ຈຳນວນ​ໜື່ງ​ໃຫ້​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1 ຕື່ມ​ອີກ. ໂດຍ: ນ້ອຍ​ຈັນ​ໄພ ແກ້ວ​ວັນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ