ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ຫຼາຍ​ພາກສ່ວນ ອວຍພອນ​ກົມ​ກອງ​ທະຫານ​ເຮົາ
ເວລາອອກຂ່າວ: 2025-02-06 09:25:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 909 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດສະເຫຼີມ ສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ, ຍ້ອນ​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງວັນດັ່ງກ່າວ ໃນ​ໄລຍະ​ກາງ​ເດືອນ ຫາ ທ້າຍ​ເດືອນ ມັງກອນ 2025 ນີ້, ມີຫຼາຍ​ພາກສ່ວນ​ໄດ້​ນຳ​ເອົາ​ກະຕ່າ​ດອກ​ໄມ້ ແລະ ກະຕ່າ​ຂອງຂວັນ ພ້ອມ​ຄຳ​ອວຍພອນ​ອັນ​ປະເສີດ​ມາ​ອວຍພອນ ກົມ​ກອງ​ທະຫານ​ເຮົາ. ໃນ​ນັ້ນ, ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ສະຫາຍ ພອນ​ໄຊ ແກ້ວ​ສົມ​ພັນ ປະທານ​ແນວ​ລາວ​ສ້າງ​ຊາດ, ຜູ້​ຊີ້​ນຳ​ອົງ​ການຈັດຕັ້ງ​ມະຫາຊົນ​ແຂວງ​ຜົ້ງ​ສາລີ, ສະຫາຍ ພັນ​ເອກ ບົວ​ເງິນ ສີ​ທິ​ວົງ ຮອງ​ຫົວໜ້າ​ກອງ​ບັນຊາ​ການ ​ປກສ ແຂວງ, ສະຫາຍ ບຸນເຫຼັກ ເປົ້າ ຕາງໜ້າ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ ສາຂາ​ເມືອງ​ຜົ້ງ​ສາລີ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນເຂົ້າ ​ອວຍພອນຄະນະ​ພັກ-ຄະນະບັນ ຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ໂດຍ​ການ​ຕ້ອນ ຮັບ​ຂອງ​ ສະຫາຍ ພົນ​ຈັດຕະວາ ຊຽງ​ເພັງ ບົວ​ລະ​ວົງ ຫົວໜ້າ​ການ ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ພ້ອມ​ດ້ວຍ​ຄະນະ, ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ, ສະຫາຍ ໂງ່​ແມັງຮຸ່ງ ຫົວໜ້າ​ບໍລິສັດ​ມິດຕະພາບ 206 ​ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ, ສະຫາຍ ສົມບູນ ເຮືອງວົງສາ ຮອງ​ເຈົ້າແຂວງ ແຂວງ​ຈຳປາ​ສັກ ພ້ອມ​ດ້ວຍຄະນະ, ມີ​ສະຫາຍ ພັນເອກ ບຸນອ່ຽງ ພັນ​ວົງສາ ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ແຂວງ​ຈຳປາ​ສັກ ພ້ອມ​ດ້ວຍ​ຄະນະ, ສະຫາຍ ວິໄລພອນ ສຸ​ລິ​ວົງ ຫົວໜ້າ​ວິທະຍາໄລ​ສັນ ຕິ​ບານ ແຂວງ​ຈຳປາ​ສັກ ພ້ອມ​ດ້ວຍ​ຄະນະ, ທະນະ​ຄານ​ການ​ຄ້າ​ຕ່າງປະເທດ​ລາວ ສາຂາແຂວງ​ຈຳປາ​ສັກ ແລະ ສະຫາຍ ພັນໂທ ສີ​ລາ​ວົງ ອິນ​ທະ​ປະສິດ ຫົວໜ້າ​ຄ້າຍ​ຄຸມ​ຂັງ​ດັດ​ສ້າງ​ບັງ​ລຽງ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະ ຕ່າ​ຂອງຂວັນ ເຂົ້າ​ອວຍພອນ ຄະນະ​ພັກ-ຄະນະ​ອຳນວຍການ ໂຮງຮຽນ​ກໍ່ສ້າງນາຍສິບ ເລກ 2 ວຽງ​ໄຊ, ໂດຍມີ​ ສະຫາຍ ພົນຈັດຕະວາ ວົງ​ມະນີ​ຈັນ ສາມາ​ວົງ ຫົວໜ້າ​ການ​ທະຫານ ​ໂຮງຮຽນ ພ້ອມ​ດ້ວຍ​ຄະນະໃຫ້ ການ​ຕ້ອນຮັບ. ໃນໂອກາດດຽວ​ ກັນ, ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ​ກໍ່ສ້າງ​ນາຍສິບ ເລກ 2 ວຽງ​ໄຊ ນຳ​ໂດຍ ສະຫາຍ ພົນ​ຈັດຕະວາ ວົງ​ມະນີຈັນ ສາ​ມາ​ວົງ ຫົວໜ້າ​ການ​ທະຫານ​ໂຮງຮຽນ ພ້ອມ​ດ້ວຍ​ຄະນະ ຍັງ​ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນເຂົ້າ​ອວຍພອນ​ອະດີດ ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນທີ່​ພັກ​ການ​ຮັບ​ບຳນານ​ຕື່ມ​ອີກ, ສ່ວນ​ຄູ-ອາຈານ​ຈາກ​ຄະນະ​ວິທະຍາສາດ​ສັງຄົມ ມະຫາວິທະຍາໄລ​ແຫ່ງ​ຊາດ ເຊິ່ງ​ນຳພາ​ໂດຍ ທ່ານ ນາງ ສົມ​ຄິດ ບູ​ລິດຳ ຄະນະບໍດີ ຄະນະ​ວິທະ ຍາສາດ​ສັງຄົມ ມະຫາວິທະຍາໄລ​ແຫ່ງ​ຊາດ ພ້ອມ​ດ້ວຍ​ຄະນະໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນຄະນະ​ພັກ-ຄະນະ​ບັນ ຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ໂດຍ​ການ​ຕ້ອນ ຮັບ​ຂອງ​ ສະຫາຍ ພົນ​ຈັດຕະວາ ບຸນ​ຜອງ ບຸດ​ທະ​ວົງ ຫົວໜ້າ​ການເມືອງກອງ​ບັນຊາ​ການທະ ຫານ​ແຂວງ​ວຽງ​ຈັນ ພ້ອມ​ດ້ວຍ ​ຄະນະ, ການ​ນຳ​ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ນຳ​ໂດຍ ສະຫາຍ ສຸ​ວຽງ​ທອງ ວົງ​ຈຳປາ ຮອງ​ເລຂາ​ພັກ​ເມືອງ, ຜູ້​ຊີ້​ນຳ​ວຽກ​ພັກ-ພະນັກງານ​ເມືອງ​ວັງ​ວຽງ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນ​ຄະນະ​ພັກ-ຄະນະ​ບັນ ຊາ ແລະ ພະນັກງານ-ນັກຮົບ ກອງ​ບັນຊາ​ການ​ທະຫານ​ເມືອງ​ວັງ​ວຽງ, ໂດຍ​ການ​ຕ້ອນຮັບ​ຂອງ​ສະຫາຍ ພັນ​ໂທ ວັນ​ຄຳ ຫຼວງ​ພັນ​ນາ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ວັງ​ວຽງ ພ້ອມ​ດ້ວຍ​ຄະນະ, ຄອບຄົວ ທ່ານ ບຸນ​ໄຊ ຫັດ​ສະ​ພອນ ໄດ້​ເຂົ້າ​ອວຍພອນ ແລະ ມອບ​ຜະລິດ​ຕະ​ພັນ ຊາ​ສັນພູ​ມົງ​ເຈົາ ລວມ​ມູນ​ຄ່າ​ທັງ​ໝົດ 4.500.000 ກີບ ໃຫ້​ກອງ​ບັນ​ຊາກ​ທະຫານ​ແຂວງ​ຜົ້ງ​ສາລີ, ກ່າວ​ຮັບ​ໂດຍ​ ສະຫາຍ ພັນ​ເອກ ຄຳ​ພອນ ແສນ​ສີ​ວົງສາ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ພ້ອມ​ດ້ວຍ​ຄະນະ, ຄະນະ​ວິຊາ​ຄູ​ສືບ​ຂ່າວ ວິທະຍາຄານ​ຕຳຫຼວດ​ປະຊາຊົນນຳພາ​ໂດຍ ສະຫາຍ ພັນ​ໂທ ບຸນ​ຕຽມ ເບຍ​ສາຂາ ຫົວໜ້າ​ຄະນະ​ວິຊາ​ຄູ​ສືບ​ຂ່າວ ວິທະຍາຄານ​ຕຳຫຼວດ​ປະຊາຊົນ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ 233, ໂດຍ​ມີ​ສະຫາຍ ພັນ​ໂທ ຄຳ​ໄພ ສຳມະວົງ ຫົວໜ້າ​ການເມືອງ ແລະ ສະຫາຍ ພັນ​ໂທ ໄຊ​ເຈີນ ຈັນທະ​ລາ ຫົວໜ້າ​ການ​ທະຫານ​ກອງພັນ 233 ພ້ອມ​ດ້ວຍ​ຄະນະໃຫ້ການ​ຕ້ອນຮັບ, ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ ທີ່​ຮັບ​ເງິນ​ຝາກ​ສິນ​ຊັບ​ເມືອງ​ເໜືອ ໜ່ວຍ​ບໍລິການ ແຂວງ​ບໍ່​ແກ້ວ, ນຳ​ໂດຍ ສະຫາຍ ວຽງ​ສະຫວັນ ປັນຍາ​ທອງ ຫົວໜ້າ​ທີມ​ການ​ຕະຫຼາດ ພ້ອມ​ດ້ວຍ​ທີມ​ງານໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນເຂົ້າ​ອວຍພອນ ຄະນະ​ພັກ-ຄະນະ​ບັນ ຊາກອງພັນ​ໃຫຍ່ 302 ກອງ​ພົນ​ທີ 3, ໂດຍ​ການ​ຕ້ອນຮັບຂອງ ​ສະຫາຍ ພັນໂທ ຄຳ​ອ້ວນ ວຽງສະຫວັນ ຫົວໜ້າ​ການເມືອງ ແລະ ສະຫາຍ ພັນ​ເອກ ຄຳ​ສອນ ໄຊ​ສົງຄາມ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 302 ພ້ອມ​ດ້ວຍ​ຄະນະ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ