ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ເມືອງຫົງສາ ເຊື່ອມຊຶມເອກະສານຜົນສຳເລັດກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI
ເວລາອອກຂ່າວ: 2025-02-06 10:11:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1114 | ຄວາມນິຍົມ:



ໃນວັນທີ 5 ກຸມພາ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີເຊື່ອມຊຶມເອກະສານຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ແລະ ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ຄັ້ງທີ XX ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການຄະນະພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງຫົງສາ, ມີຄະນະປະຈຳພັກເມືອງ, ກໍາມະການຄະນະພັກເມືອງ, ຫົວໜ້າຫ້ອງການ, ກອງບັນຊາການທະຫານ, ຕຳຫຼວດ, ກອງຮ້ອຍຊາຍແດນ 153, ກອງພັນ 410, ລັດວິສາຫະກິດສູນປະຈຳເມືອງ, ສະມາຊິກພັກ ພະນັກງານ ແລະ ນາຍບ້ານເທສະບານເມືອງເຂົ້າຮ່ວມ. ໃນພິທີ ສະຫາຍ ພອນສະຫວັນ ໄຊສົມພັນ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ບາງຕອນໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ໄດ້ດໍາເນີນໃນລະຫວ່າງວັນທີ 28 ຕຸລາ-6 ພະຈິກ 2024 ທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ກອງປະຊຸມໄດ້ສຸມໃສ່ຍົກສູງຄວາມຮັບຜິດຊອບດ້ານການເມືອງໃນການຄົ້ນຄວ້າປະກອບຄຳເຫັນ ແລະ ເປັນເອກະພາບໃຫ້ທິດຊີ້ນຳຕໍ່ບັນດາເນື້ອໃນທີ່ນຳມາປຶກສາຫາລືກັນດັ່ງນີ້: ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ຕິດພັນກັບການຕິລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການຈັດປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2024 ແລະ ທິດທາງ ປີ 2025, ຕີລາຄາຜົນການດໍາເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກອ້ອມຂ້າງເມືອງ-ນະຄອນ ແລະ ຮາກຖານບ້ານ ແລະ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ຮາກຖານພັກອ້ອມຂ້າງກະຊວງ-ອົງການ, ການປັບປຸງເອກະສານທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XII ຂອງພັກ (ຮ່າງໂຄງການການເມືອງພັກ ສະບັບທີ 3, ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ການປັບປຸງກົດລະບຽບຂອງພັກສະໄໝທີ XI), ການປັບປຸງລັດຖະທໍາມະນູນ ສະບັບປີ 2015, ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການເຄື່ອນໄຫວວຽກງານຕ່າງປະເທດຈຳນວນໜຶ່ງ, ກອງປະຊຸມໄດ້ວາງຈຸດສຸມນຳພາ-ຊີ້ນຳ ໂດຍມອບໃຫ້ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກຊີ້ນຳລັດຖະບານ, ອົງການຂອງພັກ ແລະ ລັດ, ຄະນະພັກແຕ່ລະຂັ້ນ ຈັດຕັ້ງປະຕິບັດວຽກງານຈຸດສຸມແຕ່ນີ້ ຮອດກອງປະຊຸມຄົບຄະນະ ຄັ້ງທີ 10. ຈາກນັ້ນ, ສະຫາຍ ຍັງໄດ້ເຜີຍແຜ່ເຊື່ອມຊຶມຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ຄັ້ງທີ XX ໄດ້ຍົກໃຫ້ເຫັນຄວາມໝາຍອັນໃຫຍ່ຫຼວງ ແລະ ຄວາມຮຽກຮ້ອງໂດຍລວມ ຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ, ສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ, ປັບປຸງໂຄງປະກອບ ແລະ ກົນໄກພັດທະນາຕົວເມືອງກັບຊົນນະບົດແບບເຊື່ອມໂຍງເຂົ້າກັນ, ປັບປຸງໂຄງປະກອບ ແລະ ກົນໄກເປີດປະຕູສູ່ພາຍນອກໃນລະດັບສູງ, ປັບປຸງລະບົບລະບອບປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ, ປັບປຸງລະບົບການປົກຄອງປະເທດຕາມກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃຫ້ສົມບູນ, ປັບປຸງລະບົບລະບຽບການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ຄົບຖ້ວນ, ຊຸກຍູ້ການຫັນເປັນທັນສະໄໝ ຂອງລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງຂອງຊາດ ແລະ ຍົກສູງລະດັບນຳພາ ຂອງພັກຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ. ຂ່າວຍັງໃຫ້ຮູ້ອີກວ່າ: ໃນວັນດຽວກັນນັ້ນ, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ຍັງໄດ້ຈັດພິທີ ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ ຕື່ມອີກ ໂດຍການປາຖະກະຖາຂອງທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ມີຄະນະປະຈຳພັກເມືອງ, ກຳມະການຄະນະພັກເມືອງ, ຫົວໜ້າຫ້ອງການ, ກອງບັນຊາການທະຫານ, ຕຳຫຼວດ, ຄະນະບໍລິຫານງານສະຫະພັນກຳມະບານເມືອງ, ປະທານ, ຮອງປະທານຮາກຖານ ພ້ອມດ້ວຍສະມາຊິກກຳມະບານອ້ອມຂ້າງເມືອງເຂົ້າຮ່ວມ. ຂໍ້ມູນຈາກ: ຖວທ ເມືອງຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ